Fuge

ກອງປະຊຸມປຶກສາຫາລື ຂັ້ນແຂວງ/ສູນກາງ ກ່ຽວກັບ ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ໂຄງການ​ຂຸດ​ຄົ້ນຫີນກາວ ເນື້ອທີ່ 0,48 ກມ2 ຢູ່ເຂດບ້ານນ້ຳແພດ, ເມືອງໝື່ນ, ແຂວງວຽງຈັນ ຂອງ ບໍລິສັດ ພັດທະນາຫີນກາວ ວຽງຈັນ ຈໍາກັດ

ຂຽນໂດຍ: Administrator
ເຜີຍແຜ່: 13/09/2022

        ໃນວັນທີ 22 ກໍລະກົດ 2022 ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ແລະ ບໍລິສັດ ພັດທະນາຫີນກາວ ວຽງຈັນ ຈໍາກັດ (ເຈົ້າຂອງໂຄງການ) ຈັດກອງປະຊຸມປຶກສາຫາລື ຂັ້ນແຂວງ/ສູນກາງ ເພື່ອຜ່ານບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ຂອງໂຄງການ​ຂຸດ​ຄົ້ນຫີນກາວ ເນື້ອທີ່ 0,48 ກມ2 ເຂດບ້ານນໍ້າແພດ, ເມືອງໝື່ນ, ແຂວງວຽງຈັນ ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ເຂົ້າຮ່ວມໂດຍ ທ່ານ ສຸດາໄຊ ຄໍາເພັງໄຊ ຮອງຫົວໜ້າກົມສິ່ງແວດລ້ອມ, ທ່ານ ປອ ບຸນພະຈັນ ບຸນທະລາ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ, ທ່ານ ພອນເທີດ ສຸຫວັດດີ ເຈົ້າເມືອງ ເມືອງໝື່ນ, ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ, ບໍລິສັດທີ່ເປັນເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາສິ່ງແວດລ້ອມ ເຊິ່ງລວມຜູ້ເຂົ້າຮ່ວມທັງໝົດ 49 ທ່ານ, ຍິງ 5 ທ່ານ.


        ກອງປະຊຸມ ໄດ້ຮັບຟັງການສະເໜີປະຫວັດຄວາມ​ເປັນ​ມາຂອງ​ໂຄງການ, ເຕັກນິກ​, ຂະບວນການຂຸດຄົ້ນຫີນກາວ, ການຄຸ້ມຄອງສິ່ງເສດເຫຼືອ, ສະພາບການປັບປຸງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ທີ່ຈະເກີດຂຶ້ນຈາກການດໍາເນີນໂຄງການ, ມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງງົບປະມານ ສໍາລັບການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ. ພາຍຫຼັງຮັບຟັງການສະເໜີບົດ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປຶກສາຫາລື ແລະ ປະກອບຄໍາຄິດເຫັນ ຕໍ່ບົດດັ່ງກ່າວ ຊຶ່ງມີຫຼາຍຄໍາຖາມ ແລະ ຄໍາເຈາະຈີ້ມທີ່ກອງປະຊຸມໄດ້ຍົກຂຶ້ນນັ້ນ ເຈົ້າຂອງ​ໂຄງການ ແລະ ບໍລິສັດ ດີວີແອວ ບໍລິການທີ່ປຶກສາ ກໍ່​ໄດ້​ມີ​ການອະທິບາຍ ແລະ ​ຊີ້​ແຈງຕໍ່ກອງປະຊຸມ ຈະ​ແຈ້ງສົມຄວນ.


        ກອງປະຊຸມໄດ້ເຫັນດີເປັນເອກະພາບກັນ ໃນປຶກສາຫາລືແຕ່ລະເນື້ອໃນ ພ້ອມທັງປະກອບຄຳຄິດ-ຄຳເຫັນ ຕໍ່​ການ​ປະ​ເມີນ​ຜົນ​ກະທົບ​ຕໍ່ສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິຜົນສູງ. ນອກຈາກນັ້ນ ທ່ານ ປະທານກອງປະຊຸມ ກໍໄດ້ເນັ້ນໜັກໃຫ້ ເຈົ້າຂອງໂຄງການ, ຖ້າຫາກໄດ້ຮັບອະນຸຍາດຂຸດຄົ້ນແລ້ວຕ້ອງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຕົວຈິງທັງໃນໄລຍະກໍ່ສ້າງ ແລະ ດໍາເນີນໂຄງການເຊິ່ງຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ສິ່ງແວດລ້ອມທໍາມະຊາດ, ສິ່ງສໍາຄັນຕ້ອງມີມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການດໍາເນີນໂຄງການ. ສຳລັບ ຜົນກະທົບຕໍ່ເນື້ອທີ່ດິນໄຮ່, ດິນນາ, ດິນທໍາການຜະລິດ-ປູກຝັງ ແລະ ທີ່ຢູ່ອາໄສຂອງປະຊາຊົນ ຕ້ອງໄດ້ທົດແທນຄ່າເສຍຫາຍ ແລະ ຍົກຍ້າຍຈັດສັນປະຊາຊົນ ຕາມດໍາລັດ ວ່າດ້ວຍ ການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ຈາກໂຄງການພັດທະນາ ສະບັບເລກທີ 84/ລບ, ລົງວັນທີ 5 ເມສາ 2016.