Fuge
ພາລະບົດບາດ

ທີ່ຕັ້ງ ແລະ ພາລະບົດບາດ ພຊສ

       
        ກົມທີ່ດີນ ຂຽນຫຍໍ້ວ່າ "ກທດ" ແມ່ນກົງຈັກໜຶ່ງຂື້ນກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຂະນະນຳກະຊວງ ໃນການຄູ້ມຄອງມະຫາພາກ ກ່ຽວກັບການຄູ້ມຄອງ, ການບໍລິຫານ,ການຈັດສັນ, ການວາງແຜນການນຳໃຊ້ ແລະ ການພັດທະນາທີ່ດີນ, ສ່ວນການຈັດຕັ້ງປະຕິບັດໜ້າວຽກວິຊາສະເພາະແມ່ນມອບໄຫ້ຂະແໜງການຈັດຕັ້ງທອງຖີ່ນ ເປັນຜູ້ຮັບຜິດຊອບ ຕາມກົດໝາຍ ແລະ ລະບຽບການ
  • ມາດຕາທີ 12 ຫຼັກການ

         1 ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຂະນະ, ປະຕິບັດລະບອບຫົວໜ້າດຽວບົນພື້ນຖານມີການແບ່ງງານ ໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ແລະ ເສີມ ຂະຫຍາຍ ຫົວຄິດປະດິດສ້າງຂອງພະນັກງານ-ລັດຖະກອນ ທຸກລະດັບ;

         2 ທຸກການເຄື່ອນໄຫວ ແລະ ແກ້ໄຂວຽກງານ ແມ່ນປະຕິບັດຕາມກົດໝາຍ, ລະບຽບການ ແລະ ຫຼັກການລວມຂອງກະຊວງ, ນຳເອົາແນວທາງນະໂຍບາຍຂອງພັກ, ລັດຖະບານ ແລະ ແຜນພັດທະນາຂອງຂະແໜງການ ມາຈັດຕັ້ງຜັນຂະຫຍາຍໄຫ້ໄດ້ຮັບຜົນເປັນຈິງ.

  • ມາດຕາທີ 13 ແບບແຜນວິທີເຮັດວຽກ

          1 ເຮັດວຽກມີແຜນການ,ແຜນງານ ແລະ ໂຄງການລະອຽດ; ປະຕິບັດ ແລະ ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ເປັ້າໝາຍແຕ່ລະໄລຍະ;

          2 ເຄືອ່ນໄຫວຜົນງານ ບົນພື້ນຖານການປະສານສົມທົບ ຢ່າແໜ້ນແຟ້ນ, ມີຄວາມເປັນເອກະພາບພາຍໃນກົມ ແລະ ກັບບັນດາຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖີ່ນ,  ພ້ອມທັງຫັນລົງຫາກຖານຕາມພາລະບົດບາດ;

         3 ມີການກວດກາ, ຕິດຕາມດ ປະເມີນຜົນ, ຊຸກຍູ້, ສົ່ງເສີມ ແລະ ສະຫຼຸບຖອດຖອນບົດຮຽນ ໃນແຕ່ລະໄລຍະ ແລະ ປະຕິບັດລະບົບປະຊູມປະຈຳເດືອນ 3ເດືອນ, 6ເດືອນ, ປະຈຳປີ ຫຼື ກອງປະຊຸມວິຊາການ ແລະ ປະຕິບັດລະບອບລາຍງານ ໃຫ້ລັດຖະມົນຕີເປັນປົກກະຕິ 

ທ່ານສາມາດດາວໂຫລດເອກະສານ ຂໍ້ຕົກລົງ ເລກທີ1751/ກຊສ ໄດ້ທີ່ລີ້ງນີ້: https://docs.google.com/uc?export=download&id=18evmQl-J424FquReRqQOBqSQuSgXP0J8

ຂໍ້ມູນອ້າງອີງ: ຂໍ້ຕົກລົງ 1751.pdf