Fuge

ພິທີເຊັນສັນຍາ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ພະແນກກະສິກຳ ແລະ ປ່າໄມ້ ແລະ ພະແນກອຸດສາຫະກຳ ແລະ ການຄ້າ

ຂຽນໂດຍ: Administrator
ເຜີຍແຜ່: 25/08/2022

ພິທີເຊັນສັນຍາ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ

ແລະ ພະແນກກະສິກຳ ແລະ ປ່າໄມ້ ແລະ ພະແນກອຸດສາຫະກຳ ແລະ ການຄ້າ

          ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2022 ທີ່ຫ້ອງປະຊຸມ ຫ້ອງການກອງທຶນປົກປັກ ຮັກສາສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ໄດ້ມີພິທີເຊັນສັນຍາ ສະໜອງທຶນໃຫ້ກັບ 2 ໂຄງການ ລວມມູນຄ່າ 1,283,000,000 ກີບ. ຮ່ວມລົງນາມຄັ້ງນີ້ ລະຫວ່າງ ທ່ານ ນາງ ພັກກາວັນ ພິດສະໄໝ, ຫົວໜ້າຫ້ອງການ ກອງ​ທຶນປົກປັກຮັກສາ​ສິ່ງ​ແວດ​ລ້ອມ (ຕາງໜ້າຜູ້​ໃຫ້​ທຶນ) ​ແລະ ທ່ານ ວັງປະເສີດ ບຸນເອື້ອວົງສາ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ ແລະ ທ່ານ ບຸນໂຮມ ມຸກດາສັກ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ຜູ້ຕາງໜ້າຈາກ 2 ໂຄງການ ທີ່ໄດ້ຮັບທຶນ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມລວມທັງ​ໝົດ​ 18 ທ່ານ


         ໂຄງການທີ 1: “ໂຄງການ ​ຄຸ້ມຄອງປົກປັກຮັກສາອະນຸລັກຊີວະນາໆພັນ ໃນປ່າປ້ອງກັນພູເສັດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແບບມີສ່ວນຮ່ວມ” ໂຄງການດັ່ງກ່າວ ແມ່ນເປັນການອະນຸລັກ ແລະ ຟື້ນຟູປ່າໃນຮູບແບບການປູກຕົ້ນໄມ້ທົດແທນ ຈາກພື້ນທີ່ເປົ່າຫວ່າງທີ່ຖືກທຳ ລາຍຈະສາມາດເປັນບ່ອນສຶກສາທາງພືດ ແລະ ສັດປ່າທີ່ຈະມາອາໄສເພີ່ມຂຶ້ນ ເຮັດໃຫ້ເຂດ ປ່າປ້ອງກັນ ພູເສັດ ເປັນເຂດອຸດົມສົມບູນທາງຊີວະນາໆພັນ, ເປັນການຊຸກຍູ້ ຊຸມຊົນສາມາດ ກຸ້ມຕົນເອງ ຫລຸດຜ່ອນການເຂົ້າໄປຫາກິນບໍ່ອາໄສທໍາມະຊາດ ເປັນບ່ອນທຳມາຫາກິນ ແລະ ຫັນອາຊີບຈາກການເພິ່ງທຳມະຊາດມາ ເປັນການຜະລິດກະສິກຳ ແລະ ຄ້າຂາຍ, ສ້າງບ້ານໃຫ້ ເປັນບ້ານແບບຢ່າງ ໃນການພັດທະນາ ແລະ ອະນຸລັກສິ່ງແວດລ້ອມ ພ້ອມທັງເປັນການທ່ອງທ່ຽວ ແບບຢືນຍົງ ແລະ ສ້າງປ່າປ້ອງກັນພູເສັດ ເປັນພື້ນທີ່ສີຂຽວ ແລະ ອຸດົມສົມບູນຂອງແຂວງ. ໂຄງການ ດັ່ງກ່າວ ແມ່ນນຳໃຊ້ງົບປະມານ: 800,000,000 ກີບ ເປັນເວລາ 4 ປີ (2022-2026) ໃນການຈັດຕັ້ງປະຕິບັດ ໂດຍແມ່ນພະແນກກະສິກໍາ ແລະ ປ່າໄມ້ ແຂວງ ສາລະວັນ;

         ໂຄງການທີ 2: “ໂຄງການ ຄຸ້ມຄອງການນໍາໃຊ້ສານເຄມີໃນຂົງເຂດອຸດສາຫະກໍາປຸງແຕ່ງ ທີ່ຕິດພັນ ກັບການຮັກສາສິ່ງແວດລ້ອມ ພາຍໃນ 10 ເມືອງ, ແຂວງ ຄໍາມ່ວນ” ເປັນໂຄງການ ສ້າງຄວາມອາດສາມາດໃຫ້ກັບພະນັກງານຂະແໜງການທີ່ກ່ຽວຂ້ອງ ໃນການຄຸ້ມຄອງທາດເຄມີ ພ້ອມດຽວກັນນັ້ນ ກໍ່ເປັນການສ້າງຄວາມຮູ້ຄວາມ​ເຂົ້າ​ໃຈ ​ກ່ຽວ​ກັບ ​ນິ​ຕິ​ກຳ, ວິ​ທີກວດກາການນໍາເຂົ້າ ແລະ ນໍາໃຊ້ທາດເຄມີ ໃນວຽກງານອຸດສາຫະກໍາປຸງແຕ່ງ ພ້ອມທັງເປັນການໂຄສະນາເຜີຍແຜ່ໃຫ້ປະຊາຊົນ ຮັບຮູ້ໄດ້ ນິຕິກໍາ ກ່ຽວກັບ ການຄຸ້ມຄອງທາດເຄມີ, ຜົນດີ ແລະ ຜົນຮ້າຍຕໍ່ການນໍາໃຊ້ທາດເຄມີ, ວິທີການປ້ອງກັນ ການນໍາໃຊ້ເຄມີຢ່າງຖືກຕ້ອງ, ມີ​ຖານ​ຂໍ້​ມູນການນໍາເຂົ້າ ແລະ ນໍາໃຊ້ທາດເຄມີຢ່າງຖືກຕ້ອງ, ສາມາດ ຈໍາກັດການນໍາເຂົ້າເຄມີອັນຕະລາຍປະເພດ, ການລັກລອບນໍາເຂົ້າມາໃຊ້ໂດຍບໍ່ໄດ້ຮັບອະນຸຍາດ. ໂຄງການ ດັ່ງກ່າວ ແມ່ນນຳໃຊ້ງົບປະມານ: 483,000,000 ກີບ ໃນໄລຍະເວລາຈັດຕັ້ງປະຕິບັດ: 2 ປີ (2022-2024) ໂດຍແມ່ນພະແນກອຸດ ສາຫະກໍາ ແລະ ການຄ້າ ແຂວງ ຄໍາມ່ວນ.