Fuge

ພິທີປີດການແຂ່ງຂັນກິລາບານເຕະຊິງຂັນເລຂາຄະນະພັກກະຊວງ ປະຈໍາປີ 2022

ຂຽນໂດຍ:
ເຜີຍແຜ່: 08/03/2023

         ການແຂ່ງຂັນກິລາບານເຕະຊີງຂັນເລຂາຄະນະພັກກະຊວງ ຄັ້ງທີ XIII ໂດຍແມ່ນເລີ່ມການແຂ່ງຂັນນັບແຕ່ວັນທີ 17 ພະຈິກ 2022 ເປັນຕົ້ນມາ ເພື່ອເປັນການເປີດໂອກາດໃຫ້ນັກກິລາແຕ່ລະທີມທີ່ຈາກໜ່ວຍຮາກຖານຊາວໜຸ່ມ ພາຍໃນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ເຂົ້າຮ່ວມແຂ່ງຂັນໃນລາຍການນີ້ ໂດຍມີການສະແດງຄວາມສາມາດ, ທັກສະ ແລະ ຄວາມສາມັກຄີຮັກແພງຂອງນັກກິລາ.ໃນຕອນບ່າຍ ຂອງ ວັນທີ 9 ທັນວາ 2022 ຢູ່ທີ່ເດີ່ນບານຫຍ້າທຽມ ເຟີລາລີ. ກໍ່ໄດ້ມີພິທີແຂ່ງຂັນກິລາບານເຕະຊາຍ-ຍິງ ຊື່ງປະກອບມີ: ການແຂ່ງຂັນບານເຕະຊາຍ ຮອບຊິງຊະນະເລີດ ລະຫວ່າງ ທີມກົມທີ່ດິນ ພົບກັບ ທີມກົມຊັບພະຍາກອນນ້ຳ ຮ່ວມກັບ ກອງເລຂາຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ຜົນການແຂ່ງຂັນເຫັນວ່າ ທິມກົມທີ່ດິນ ເອົາໄຊຊະນະ ໄປໄດ້ ແລະ ການແຂ່ງຂັນບານເຕະຍິງ ຮອບຊິງຊະນະເລີດ ລະຫວ່າງ ທີມກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພົບກັບ ທີມກົມທີ່ດິນ ຜົນການແຂ່ງຂັນທັງສອງທີມໄດ້ຄະແນນສະເໝີ ກັນ ຈາກນັ້ນຕັດສິນດ້ວຍການຍິງຈຸດໂທດ ຊື່ງເປັນທີມກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເອົາຊະນະໄປໄດ້ ດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ.ໂອກາດດຽວກັນນີ້, ໄດ້ມີພິທີປິດການແຂ່ງຂັນກິລາບານເຕະ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ເປັນຂະບວນການຟົດຟື້ນ, ມີຄວາມໝາຍ-ຄວາມສຳຄັນ ແລະ ທັງເປັນການສ້າງສາຍພົວພັນຮັດແໜ້ນຄວາມສາມັກຄີ ລະຫວ່າງໜ່ວຍ ຮາກຖານຊາວໜຸ່ມ ພາຍໃນກະຊວງ” ໂດຍການເປັນປະທານຂອງ ສະຫາຍ ປອ ໄຊນະຄອນ ອິນທະວົງ ຮອງເລຂາຄະນະພັກ, ປະທານກວດກາພັກ, ຮອງລັດຖະມົນຕີ ກຊສ, ໃຫ້ກຽດເຂົ້າຂອງ ສະຫາຍ ພູວົງ ຫຼວງໄຊຊະນະ ຄະນະປະຈຳພັກ, ຮອງລັດຖະມົນຕີ ກຊສ, ສະຫາຍ ຈັນທະເນດ ບົວລະພາ ຄະນະປະຈຳພັກ, ຮອງລັດຖະມົນຕີ ກຊສ, ສະຫາຍ ນາງ ທອງຈັນ ອະຄະມະເຂດ ຄະນະປະຈຳພັກ ກຊສ, ສະຫາຍ ວິລະສັກ ຈຸນດາລາ ຄະນະພັກກະຊວງ ເລຂາບໍລິຫານງານຊ່າວໜຸ່ມ ກຊສ, ພ້ອມທັງ ຫົວໜ້າກົມ, ຮອງກົມ, ພະນັກງານທັງໝົດຂອງ ກຊສ ແລະ ນັກກິລາ ເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີ ໄດ້ຮັບຟັງຜົນການແຂ່ງຂັນຈາກ ສະຫາຍ ວິລະສັກ ຈຸນດາລາ ຄະນະພັກກະຊວງ ເລຂາບໍລິຫານງານຊ່າວໜຸ່ມ ກຊສ. ເລີມແຕ່ ວັນທີ 17 ພະຈິກ ເປັນຕົນມາ ຜ່ານການແຂ່ງຂັນຜົນປະກົດວ່າ ປະເພດທີ l ທີມຊາຍ ໄດ້ແກ່ທີມກົມທີ່ດິນ ໄດ້ຮັບຂັນ 1 ໝ່ວຍ ແລະ ເງິນລາງວັນ 1.000.000 ກີບ; ປະເພດທີ ll ໄດ້ແກ່ທີມ ທີມກົມຊັບພະຍາກອນນ້ຳ ຮວມກັບ ກອງເລຂາຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ໄດ້ຮັບຂັນ 1 ໝ່ວຍ ແລະ ເງີນລາງວັນ 800.000 ກີບ; ປະເພດທີ lll ໄດ້ແກ່ທີມກົມສິ່ງແວດລ້ອມ ໄດ້ຮັບຂັນ 1 ໜ່ວຍ ແລະ ເງີນລາງວັນ 600.000 ກີບ. ສຳລັບບານເຕະທີມຍີງ ປະເພດທີ l ໄດ້ແກ່ທີມກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບຂັນ 1 ໝ່ວຍ ແລະ ເງິນລາງວັນ 1,000,000ກີບ; ປະເພດທີ ll ໄດ້ແກ່ທີມກົມທີ່ດິນ ໄດ້ຮັບຂັນ1 ໜ່ວຍ ແລະ ເງີນລາງວັນ 800,000ກີບ; ປະເພດທີ lll ໄດ້ແກ່ທີມກົມແຜນການ ແລະ ການເງິນ ຮ່ວມກັບ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຮັບຂັນ 1 ໜ່ວຍ ແລະ ເງີນລາງວັນ 600,000ກີບ.ພິທີການມອບລາງວັນດັ່ງກ່າວ ໃຫ້ກຽດຂື້ນມອບລາງວັນ ປະເພດ l ໂດຍ ສະຫາຍ ປອ ໄຊນະຄອນ ອິນທະວົງ, ໃຫ້ກຽດຂື້ນມອບລາງວັນ ປະເພດ ll ໂດຍ ສະຫາຍ ພູວົງ ຫຼວງໄຊຊະນະ ແລະ ໃຫ້ກຽດຂື້ນມອບລາງວັນ ປະເພດ lll ໂດຍ ສະຫາຍ ວິລະສັກ ຈຸນດາລາ.ຈາກນັ້ນ ສະຫາຍ ປອ ໄຊນະຄອນ ອິນທະວົງ ຮອງເລຂາຄະນະພັກ, ປະທານກວດກາ, ຮອງລັດຖະມົນຕີ ກຊສ ໄດ້ຂື້ນກ່າວປິດການການແຂງຂັນກິລາໃນຄັ້ງນີ້ ກໍ່ເພື່ອເປັນການຮັກແໜ້ນຄວາມສາມັກຄີ ທັງເປັນການຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຂອງນັກກິລາ ພາຍໃນກະຊວງໃຫ້ສູງຂື້ນຢ່າງຕໍ່ເນື່ອງ ໂດຍຂະບວນການໃຫ້ຟົດຟຶ້ນ.