Fuge

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳທີ່ທັນສະໄໝ

ຂຽນໂດຍ:
ເຜີຍແຜ່: 06/03/2023

           ໃນຕອນບ່າຍຂອງວັນທີ 26 ມັງກອນ 2023 ຜ່ານມາ. ກົມທີ່ດິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ແລະ ບໍລິສັດ ສະເປັກໄອລາວ ຈຳກັດຜູ້ດຽວ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳທີ່ທັນສະໄໝ ເພື່ອພັດທະນາວຽກງານສໍາຫຼວດ-ວັດແທກ ແລະ ສ້າງແຜນທີ່ຕາດິນ, ວາງແຜນນໍາໃຊ້ທີ່ດິນ ແລະ ລະບົບປະເມີນລາຄາທີ່ດິນຂອງ ສປປ ລາວ ຢູ່ທີ່ຫ້ອງປະຊຸມກົມທີ່ດິນ. ພິທີລົງນາມເຊັນບົດບັນທຶກ ລະຫວ່າງ ທ່ານ ວິລະນະ ສອນນະສິນ ຫົວໜ້າກົມທີ່ດິນ ແລະ ທ່ານ ນາງ ພູຄໍາ ວົງວິຈິດ ປະທານ ບໍລິສັດ ສະເປັກໄອລາວ ຈຳກັດຜູ້ດຽວ ໂດຍການເຂົ້າຮ່ວມຂອງ ທ່ານ ອິດທິພົນ ຈັນທະມາລິນ ຮອງຫົວໜ້າກົມທີ່ດິນ, ທ່ານ ຈັນສຸກ ມຸກດາວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ Cheng Xiaoyang ຮອງປະທານ ບໍລິສັດ ສະເປັກໄອລາວ ຈຳກັດຜູ້ດຽວ, ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກ ກົມ, ກອງ ພາຍໃນ ກຊສ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ ທັງໝົດ 38 ທ່ານ.


          ການເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳທີ່ທັນສະໄໝໃນຄັ້ງນີ້ ຈະເປັນການອໍານວຍຄວາມສະດວກໃນການສໍາຫຼວດ-ວັດແທກ ແລະ ສ້າງແຜນທີ່ຕາດິນ, ວາງແຜນນໍາໃຊ້ທີ່ດິນ ແລະ ລະບົບປະເມີນລາຄາທີ່ດິນໃນ ສປປ ລາວ ຢ່າງຖືກຕ້ອງ, ຊັດເຈນ ແລະ ວ່ອງໄວ ໃນການຄຸ້ມຄອງ ແລະ ບໍລິຫານໄດ້ຢ່າງທັນສະໄໝ. ຊຶ່ງໃນໄລຍະຜ່ານມາ ທາງກົມທີ່ດິນ ແລະ ບໍລິສັດ ສະເປັກໄອລາວ ຈຳກັດຜູ້ດຽວ ໄດ້ດໍາເນີນໂຄງການທົດລອງວຽກງານສໍາຫຼວດ-ວັດແທກຕອນດິນ ແລະ ສ້າງແຜນທີ່ຕາດິນ ທີ່ໃຊ້ລະບົບເຄື່ອງມືທັນສະໄໝຂອງບໍລິສັດດັ່ງກ່າວ ຢູ່ໃນຂອບເຂດ 4 ບ້ານເປົ້າໝາຍໃນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງໄດ້ມີຜົນສໍາເລັດ ແລະ ເປັນທ່າແຮງໃນການບໍລິຫານທີ່ດິນທີ່ທັນສະໄໝ ເພາະໄລຍະທີ່ຜ່ານມາທາງພາກລັດຍັງມີຂໍ້ຈັດກັດຫຼາຍດ້ານໃນການດໍາເນີນວຽກງານດັ່ງກ່າວ.

         ໂອກາດດຽວກັນນັ້ນ, ທ່ານຮອງປະທານບໍລິສັດ ກໍ່ໄດ້ຂຶ້ນລາຍງານ ກ່ຽວກັບປະຫວັດຄວາມເປັນມາ ແລະ ການນຳໃຊ້ເຄື່ອງມືດັ່ງກ່າວ ຊຶ່ງໃຫ້ຮູ້ວ່າທາງບໍລິສັດແມ່ນມີປະສົບການໃນການນໍາໃຊ້ເຄື່ອງມືທັນສະໄໝ ແລະ ມີພື້ນຖານຄວາມຮູ້ໃນການສໍາຫລວດຕອນດິນໃຫ້ໂຄງການຕ່າງໆ ເປັນບໍລິສັດທໍາອິດທີ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝໃນການສຳຫຼວດ-ວັດແທກ ແລະ ສ້າງແຜນທີ່ຕາດິນ ດ້ວຍການນຳໃຊ້ຍົນບໍ່ມີຄົນຂັບ (UAV) ໃນການສຳຫຼວດສ້າງເປັນ Base Map, ນຳໃຊ້ລະບົບ IPAD ໃນການສອບຖາມສິດເປັນຂໍ້ມູນແບບດິຈິຕອນ ແລະ ນຳໃຊ້ GNSS RTK ໃນການສຳຫຼວດເກັບຂໍ້ມູນຕອນດິນ, ຜ່ານການຈັດຕັ້ງປະຕິບັດ ເຖິງວ່າເປັນຊ່ວງໄລຍະສັ້ນໆ ແຕ່ມີຜົນສໍາເລັດໜ້າພໍໃຈ ແລະ ຖືວ່າເປັນຜົນສຳເລັດໃໝ່ທີ່ຍັງບໍ່ເຄີຍທົດລອງມາກ່ອນດ້ວຍການນໍາໃຊ້ເຄື່ອງມືທັນສະໄໝ ສາມາດເປັນພື້ນຖານສືບຕໍ່ສຶກສາ ແລະ ພັດທະນາລະບົບອອກໃບຕາດິນໃນ ສປປ ລາວ, ເພື່ອພິຈາລະນາຄວາມຈໍາເປັນໃນການນໍາໃຊ້ເຄື່ອງມືດັ່ງກ່າວເຂົ້າໃນການສໍາຫລວດ, ເກັບກໍາຂໍ້ມູນຕອນດິນ, ກຽມຄວາມພ້ອມອອກໃບຕາດິນໄລຍະຍາວ ຈະເຮັດໃຫ້ ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ມີຄວາມເຂັ້ມແຂງໃນການຄຸ້ມຄອງທີ່ດິນໃນອະນາຄົດ.