Fuge

ພະນັກງານ 3 ແຂວງ ໄດ້ຮັບການຍົກລະດັບຄວາມຮູ້ ກົດໝາຍທີ່ດິນ

ຂຽນໂດຍ:
ເຜີຍແຜ່: 01/03/2023

      ກົດໝາຍ ວ່າດ້ວຍທີ່ດິນເປັນກົດໝາຍໜຶ່ງ ທີ່ມີຄວາມສໍາຄັນຫຼາຍໃນການຄຸ້ມຄອງທີ່ດິນ ທີ່ຕິດພັນກັບຫຼາຍຂະແໜງການ, ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນ ກົດໝາຍສະບັບນີ້ ກໍານົດ ກ່ຽວກັບ ການຄຸ້ມຄອງການນໍາໃຊ້ທີ່ດິນ ແຕ່ລະປະເພດ, ການຫັນປ່ຽນປະເພດທີ່ດິນ, ການຄຸ້ມຄອງການນໍາໃຊ້ທີ່ດິນລັດ, ການຄຸ້ມຄອງນໍາໃຊ້ທີ່ດິນຂອງພົນລະເມືອງລາວ, ການຄຸ້ມຄອງການນໍາໃຊ້ທີ່ດິນຂອງຄົນຕ່າງປະເທດ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ລວມທັງວຽກງານການເຊົ່າ ຫຼື ສໍາປະທານທີ່ດິນ ພິເສດກົດໝາຍສະບັບດັ່ງກ່າວ ແມ່ນໄດ້ກໍານົດຫຼາຍບັນຫາເຂົ້າໃໝ່ ໂດຍສະເພາະການຊື້ ຂາຍສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກໍານົດ ແລະ ບັນຫາອື່ນ.


        ໃນລະຫວ່າງວັນທີ 12-16 ທັນວາ 2022 ທີ່ຜ່ານມາ ກະຊວງຊັບພະຍາກອນທຳມະຊາດທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງເຜີຍແຜ່ ກົດໝາຍ ວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາຂະແໜງການໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄປໃນທິດທາງດຽວກັນ ແນໃສ່ຮັບປະກັນຄວາມເປັນເອກະພາບທາງຫຼັກການ ແລະ ເນື້ອໃນ ທັງເປັນບ່ອນອີງໃນການການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານທີ່ດິນ ໃຫ້ບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້. ໃນການເຜີຍແຜ່ຄັ້ງນີ້ ແມ່ນປະກອບມີ 03 ແຂວງພາກເໜືອຄື:ໃນວັນທີ 12 ທັນວາ 2022 ແມ່ນໄດ້ຈັດກອງປະຊຸມຂຶ້ນ ຢູ່ທີ່ສະໂມສອນ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບຸນລັດ ວໍລະຈິດ ຮອງຫົວໜ້າຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ສຸກສັນ ພົນປະດິດ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ;


       ໃນວັນທີ 14 ທັນວາ 2022 ໄດ້ຈັດກອງປະຊຸມຢູ່ທີ່ ພະແນກແຜນການ ແລະ ການລົງທຶນ ແຂວງ ອຸດົມໄຊ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບຸນລັດ ວໍລະຈິດ ຮອງຫົວໜ້າຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ສີສຸກ ປະດີຈິດ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ;


       ໃນວັນທີ 15 ທັນວາ 2022 ໄດ້ຈັດກອງປະຊຸມຢູ່ທີ່ ພະແນກການເງິນ ແຂວງຫຼວງພະບາງ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບຸນລັດ ວໍລະຈິດ ຮອງຫົວໜ້າຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແລະ ທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ; ມີຜູ້ຕາງໜ້າຈາກບັນດາພະແນກການອ້ອມຂ້າງພາຍໃນແຂວງ, ມີບັນດາຫ້ອງການຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ທີ່ຂຶ້ນກັບແຂວງ ພ້ອມດ້ວຍວິຊາການຈາກສຸນກາງແລະທ້ອງຖິ່ນເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງນີ້ ປະກອບມີ: 15 ພາກ, 30 ໝວດ ແລະ 188 ມາດຕາ. ເຊິ່ງໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 7 ສະພາແຫ່ງຊາດ ຊຸດທີ VIII ແລະ ປະທານປະເທດ ໄດ້ອອກລັດຖະດໍາລັດປະກາດໃຊ້ ສະບັບເລກທີ 261/ປປທ, ລົງວັນທີ 02 ສິງຫາ 2019. ໂດຍ ທ່ານ ບຸນລັດ ວໍລະຈິດ. ຊຶ່ງກົດໝາຍສະບັບນີ້ ແມ່ນໄດ້ຜັນຂະຫຍາຍມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ່ 026/ຄບສພ, ລົງວັນທີ 3 ສິງຫາ 2017 ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່ ເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານການນໍາໃຊ້ທີ່ດິນໃຫ້ມີປະສິດທິຜົນ ແນໃສ່ຮັບປະກັນການປົກປັກຮັກສາ, ພັດທະນາ ແລະ ການນໍາໃຊ້ທີ່ດິນຖືກຕ້ອງຕາມເປົ້າໝາຍ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດຍືນຍົງ ແລະ ເຮັດໃຫ້ທີ່ດິນມີມູນຄ່າເພີ່ມຂຶ້ນ ລວມທັງການປົກປັກຮັກສາສິ່ງແວດລ້ອມ, ເຂດນໍ້າແດນດິນ ຂອງ ສປປ ລາວ. ພ້ອມກັນນັ້ນ ກໍ່ຍັງຮັບປະກັນກົງຈັກການຈັດຕັ້ງ ແລະ ການຄຸ້ມຄອງບໍລິຫານທີ່ດິນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ, ມີການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ, ຮັບປະກັນການປະສານສົມທົບກັນ ລະຫວ່າງ ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນໃນການຕິດຕາມ ກວດກາ ການປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ທີ່ດິນໃຫ້ມີປະສິດທິພາບ.ເພື່ອຍົກສູງປະສິດທິພາບໃນການຄຸ້ມຄອງທີ່ດິນນັ້ນ ຈຶ່ງຖືເອົາວຽກງານໂຄສະນາເຜີຍແຜ່ ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ໃຫ້ທຸກພາກສ່ວນໃນສັງຄົມ ເຂົ້າໃຈຢ່າງກວ້າງຂວາງ ແລະ ເລິກເຊິ່ງ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດ ໄປໃນທິດທາງດຽວກັນ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ພ້ອມທັງຮຽກຮ້ອງ ໃຫ້ທຸກພາກສ່ວນໃນສັງຄົມ ນໍາໄປຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ໂດຍສະເພາະ ບັນດາຂະແໜງການຄຸ້ມຄອງການນໍາໃຊ້ທີ່ດິນ ແຕ່ລະປະເພດ ນໍາໄປຄົ້ນຄວ້າ ຜັນຂະຫຍາຍ ເປັນນິຕິກໍາໃຕ້ກົດໝາຍ ພ້ອມກັນນັ້ນ ຄະນະຮັບຜິດຊອບເຜີຍເເຜ່ກົດໝາຍ ວ່າດ້ວຍທີ່ດິນ ຈາກກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ມອບ ປຶ້ມກົດໝາຍ ວ່າດ້ວຍທີ່ດິນ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 03 ແຂວງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 24 ເມືອງ ເພື່ອສືບຕໍ່ ນໍາໄປໂຄສະນາເຜີຍແຜ່ ຢູ່ໃນທ້ອງຖິ່ນຂອງຕົນ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ.