Fuge

ການຂຶ້ນທະບຽນອອກໃບຕາດິນໃນ ປີ 2018 ໄດ້ລື່ນແຜນເຖິງ 131%

ຂຽນໂດຍ: Administrator
ເຜີຍແຜ່: 24/08/2022

      ວຽກງານທີ່ດິນ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ໃນຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເວົ້າລວມແລ້ວດິນ ແມ່ນປັດໃຈສຳຄັນຕໍ່ຊະຕາກຳ ທີ່ຕັດສິນເຖິງຄວາມຍືນຍົງຄົງຕົວຂອງປະເທດຊາດ, ເພາະດິນມັນຕິດພັນກັບຊີວິດ-ສັງຄົມ ກໍ່ຄືການດໍາລົງຊີວິດ ຂອງປະຊາຊົນບັນດາເຜົ່າ ໃນທົ່ວປະເທດ, ສະນັ້ນ ລັດຖະບານ ຈຶ່ງໄດ້ຖືວຽກງານ ບູລິມະສິດ ທີ່ນອນຢູ່ໃນແຜນຍຸດທະສາດ ຂອງ ລັດຖະບານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ.