Fuge

ພະນັກງານສອງແຂວງ ໄດ້ຮັບການຍົກລະດັບຄວາມຮູ້ ກ່ຽວກັບກົດໝາຍ ວ່າດ້ວຍທີ່ດິນ

ຂຽນໂດຍ:
ເຜີຍແຜ່: 01/03/2023

           ໃນລະຫວ່າງວັນທີ 16-20 ມັງກອນ 2023 ທີ່ຜ່ານມາ ກະຊວງຊັບພະຍາກອນທຳມະຊາດທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ລົງເຜີຍແຜ່ ກົດໝາຍ ວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019. ກົດໝາຍ ວ່າດ້ວຍທີ່ດິນເປັນກົດໝາຍໜຶ່ງ ທີ່ມີຄວາມສໍາຄັນຫຼາຍໃນການຄຸ້ມຄອງທີ່ດິນ ທີ່ຕິດພັນກັບຫຼາຍຂະແໜງການ, ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນ ກົດໝາຍສະບັບນີ້ ໄດ້ກໍານົດ ກ່ຽວກັບ ການຄຸ້ມຄອງການນໍາໃຊ້ທີ່ດິນ ແຕ່ລະປະເພດ, ການຫັນປ່ຽນປະເພດທີ່ດິນ, ການຄຸ້ມຄອງການນໍາໃຊ້ທີ່ດິນລັດ, ການຄຸ້ມຄອງນໍາໃຊ້ທີ່ດິນຂອງພົນລະເມືອງລາວ, ການຄຸ້ມຄອງການນໍາໃຊ້ທີ່ດິນຂອງຄົນຕ່າງປະເທດ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ລວມທັງວຽກງານການເຊົ່າ ແລະ ສໍາປະທານທີ່ດິນ ພິເສດກົດໝາຍສະບັບນີ້ ແມ່ນໄດ້ກໍານົດຫຼາຍບັນຫາເຂົ້າໃໝ່ ໂດຍສະເພາະການຊື້ ຂາຍສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກໍານົດ ແລະ ບັນຫາອື່ນ.


           ໃນວັນທີ 16 ມັງກອນ 2023 ແມ່ນໄດ້ຈັດກອງປະຊຸມຂຶ້ນ ຢູ່ທີ່ສະໂມສອນ ເມືອງຜົ້ງສາລີ ແຂວງຜົ້ງສາລີ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບຸນລັດ ວໍລະຈິດ ຮອງຫົວໜ້າຫ້ອງການ ກຊສ ແລະ ທ່ານ ເດດ ຢັນຊະນະ ຮອງຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງຜົ້ງສາລີ.


          ຕໍ່ມາ ໃນວັນທີ 18 ມັງກອນ 2023 ໄດ້ຈັດກອງປະຊຸມ ຢູ່ທີ່ຫ້ອງປະຊຸມ ພຊສ ແຂວງບໍ່ແກ້ວ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບຸນລັດ ວໍລະຈິດ ຮອງຫົວໜ້າຫ້ອງການ ກຊສ ແລະ ທ່ານ ຄຳໝັ້ນ ຈັນທະລິດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ (ພຊສ) ແຂວງບໍ່ແກ້ວ.ມີຜູ້ຕາງໜ້າຈາກບັນດາພະແນກການອ້ອມຂ້າງພາຍໃນແຂວງ, ມີບັນດາຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ທີ່ຂຶ້ນກັບແຂວງ ພ້ອມດ້ວຍວິຊາການຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.


         ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາຂະແໜງການໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄປໃນທິດທາງດຽວກັນ ແນໃສ່ຮັບປະກັນຄວາມເປັນເອກະພາບທາງດ້ານຫຼັກການ ແລະ ເນື້ອໃນ ທັງເປັນບ່ອນອີງໃນການການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານທີ່ດິນ ໃຫ້ບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.


          ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງນີ້ ປະກອບມີ: 15 ພາກ, 30 ໝວດ ແລະ 188 ມາດຕາ. ເຊິ່ງໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 7 ສະພາແຫ່ງຊາດ ຊຸດທີ VIII ແລະ ປະທານປະເທດ ໄດ້ອອກລັດຖະດໍາລັດປະກາດໃຊ້ ສະບັບເລກທີ 261/ປປທ, ລົງວັນທີ 02 ສິງຫາ 2019 ໃຫ້ກຽດເຜີຍແຜ່ໂດຍ ທ່ານ ບຸນລັດ ວໍລະຈິດ ຮອງຫົວຫນ້າຫ້ອງການ ກຊສ. ຊຶ່ງກົດໝາຍສະບັບນີ້ ແມ່ນໄດ້ຜັນຂະຫຍາຍມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ, ລົງວັນທີ 3 ສິງຫາ 2017 ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່ ເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານການນໍາໃຊ້ທີ່ດິນໃຫ້ມີປະສິດທິຜົນ ແນໃສ່ຮັບປະກັນການປົກປັກຮັກສາ, ພັດທະນາ ແລະ ການນໍາໃຊ້ທີ່ດິນຖືກຕ້ອງຕາມເປົ້າໝາຍ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດຍືນຍົງ ແລະ ເຮັດໃຫ້ທີ່ດິນມີມູນຄ່າເພີ່ມຂຶ້ນ ລວມທັງການປົກປັກຮັກສາສິ່ງແວດລ້ອມ, ເຂດນໍ້າແດນດິນ ຂອງ ສປປ ລາວ. ພ້ອມກັນນັ້ນ ກໍ່ຍັງຮັບປະກັນກົງຈັກການຈັດຕັ້ງ ແລະ ການຄຸ້ມຄອງບໍລິຫານທີ່ດິນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ, ມີການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ຂະແໜງ ການຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ, ຮັບປະກັນການປະສານສົມທົບກັນ ລະຫວ່າງ ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນໃນການຕິດຕາມ ກວດກາ ການປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ທີ່ດິນໃຫ້ມີປະສິດທິພາບ. ເພື່ອຍົກສູງປະສິດທິພາບໃນການຄຸ້ມຄອງທີ່ດິນນັ້ນ ຈຶ່ງຖືເອົາວຽກງານໂຄສະນາເຜີຍແຜ່ ກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ໃຫ້ທຸກພາກສ່ວນໃນສັງຄົມ ເຂົ້າໃຈຢ່າງກວ້າງຂວາງ ແລະ ເລິກເຊິ່ງ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດ ໄປໃນທິດທາງດຽວກັນ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ພ້ອມທັງຮຽກຮ້ອງ ໃຫ້ທຸກພາກສ່ວນໃນສັງຄົມ ນໍາໄປຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ໂດຍສະເພາະ ບັນດາຂະແໜງການຄຸ້ມຄອງການນໍາໃຊ້ທີ່ດິນ ແຕ່ລະປະເພດ ນໍາໄປຄົ້ນຄວ້າ ຜັນຂະຫຍາຍ ເປັນນິຕິກໍາໃຕ້ກົດໝາຍ ພ້ອມກັນນັ້ນ ຄະນະຮັບຜິດຊອບເຜີຍເເຜ່ກົດໝາຍ ວ່າດ້ວຍທີ່ດິນ ຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ມອບ ປຶ້ມກົດໝາຍ ວ່າດ້ວຍທີ່ດິນ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 12 ເມືອງ ຂອງສອງແຂວງ, ເພື່ອສືບຕໍ່ນໍາໄປໂຄສະນາເຜີຍແຜ່ ຢູ່ໃນທ້ອງຖິ່ນຂອງຕົນ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ.