Fuge

ກອງປະຊຸມເປິດໂຄງການສ້າງຄວາມເຂັ້ມແຂງວຽກງານຂຶ້ນທະບຽນອອກໃບຕາດິນ ຢ່າງເປັນລະບົບ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໃນວັນທີ 10 ກຸມພາ 2023.

ຂຽນໂດຍ:
ເຜີຍແຜ່: 28/02/2023

          ໃນຕອນບາຍຂອງວັນທີ 10 ກຸມພາ 2023 ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມເປີດໂຄງການສ້າງຄວາມເຂັ້ມແຂງວຽກງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ເພື່ອລິເລີ້ມໂຄງການດັ່ງກ່າວ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ນາງ ບຸນຄຳ ວໍລະຈິດ, ກໍາມະການສູນກາງພັກ, ລັດຖະມົນຕີ, ກຊສ. ກອງປະຊຸມດັ່ງກ່າວ ມີບັນດາທ່ານຮອງລັດຖະມົນຕີ, ຮອງປະທານແນວລາວສ້າງຊາດ, ຮອງປະທານກໍາມາທິການຈາກສະພາແຫ່ງຊາດ, ບັນດາທ່ານຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າ ແລະ ຮອງຫົວໜ້າກົມກອງ ພາຍໃນ ກຊສ, ບັນດາທ່ານຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ, ບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ, ອົງການອ້ອມຂ້າງສູນກາງ ແລະ ບັນດາທ່ານຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ເຊັ່ນ: ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ສະຖານເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເຂົ້າຮ່ວມ. 


          ໂຄງການສ້າງຄວາມເຂັ້ມແຂງວຽກງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ແມ່ນໂຄງການໜຶ່ງທີ່ໄດ້ ຮັບທືນກູ້ຍືມຈາກທະນາຄານໂລກ (World Bank) ແລະ ທືນຊ່ວຍເຫຼືອລ້າ ຈາກອົງການຮ່ວມມືພັດທະນາ ສະວີດສະແລນ (Swiss Development Cooperation, SDC) ແລະ ທືນຊ່ວຍເຫຼືອລ້າຈາກທະນາຄານ ເພື່ອການພັດທະນາປະເທດເຢຍລະມັນ (Kreditanstalt fü r Wiederaufbau, KfW) ລວມມູນຄ່າຫຼາຍກວ່າ 38 ລ້ານໂດລາສະຫະລັດ. ຈຸດປະສົງ ຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອການລິເລີ້ມການຈັດຕັ້ງປະຕິບັດໂຄງການ ແລະ ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໂຄງການໃນຂະແໜງການ ແລະ ທ້ອງຖີ່ນທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ ຊຶ່ງວຽກງານຂຶ້ນທະບຽນອອກໃບຕາດິນ ແມ່ນວຽກງານໜຶ່ງທີ່ສໍາຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຊຶ່ງໄດ້ກໍານົດເປົ້າໝາຍໃນການຈັດສັນທີ່ດິນ ແລະ ການຂຶ້ນທະບຽນອອກໃບຕາດິນ ໃຫ້ສໍາເລັດໃນຂອບເຂດທົ່ວປະເທດ ພ້ອມທັງຫັນລະບົບການບໍລິຫານທີ່ດິນ ໃຫ້ເປັນທັນສະໄໝ.ກອງປະຊຸມໄດ້ຮັບຟັງການລາຍງານຂອງທ່ານ ຄິດລາໄຊ ກອກມີລາ, ຮອງຫົວໜ້າກົມທີ່ດິນ ກ່ຽວກັບ ສະພາບການກະກຽມໂຄງການສ້າງຄວາມເຂັັ້ມແຂງວຽກງານການຂຶ້ນທະບຽນອອກໃບຕາດິນ ຢ່າງເປັນລະບົບ ດ້ວຍທຶນກູ້ຢືມຂອງທະນາຄານໂລກ ແລະ ທຶນຊ່ວຍເຫຼືອລ້າ ຈາກປະເທດສະວິດເຊີແລນ (Enhancing Systematic Land Registration Project, ESLRP) ແລະ ສະເໜີແຜນກິດຈະກໍາຂອງໂຄງການ 2023, ລາຍງານສະພາບການ ກະກຽມໂຄງການ ຄຸ້ມຄອງທີ່ດິນ (Land Management Project for Lao PDR, LMPL) ແລະ ສະເໜິ ແຜນກິດຈະກໍາຂອງໂຄງການ ແລະ ການລາຍງານຂອງທ່ານ ວິລະນະ ສອນນະສິນ, ຫົວໜ້າ ກົມທີ່ດິນ, ກຊສ ລາຍງານ ທິດທາງການຈັດຕັັ້ງປະຕິບັດ ວຽກງານການຈັດສັນ ແລະ ການຂືັ້ນທະບຽນອອກໃບຕາດິນ ດິນກະສິກໍາ ແລະ ດິນ ປ່າໄມ້. ຜ່ານການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ບໍລິຫານທີ່ດິນ ໃນໄລຍະຜ່ານມາ ກຊສ ໄດ້ປະກອບສວນໃນການສ້າງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ທີ່ໄດ້ຮັບ ຮອງຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 098/ສພຊ, ລົງວັນທີ 28 ມິຖຸນາ 2018 ວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ 

           ຮອດປີ 2030 ແລະ ຊຸກຍູ້ອົງການປົກຄອງທ້ອງຖີ່ນ ສ້າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ແບບຮອບດ້ານ ຂອງແຂວງ ແລະ ນະຄອນຫຼວງ ທີ່ໄດ້ຮັບຮອງຈາກສະພາປະຊາຊົນຂັ້ນແຂວງ ສໍາເລັດໃນຂອບເຂດທົ່ວປະເທດ ພ້ອມທັງການຂຶ້ນທະບຽນອອກໃບຕາດິນໄດ້ 1.7 ລ້ານກວ່າຕອນ ໃນສຳມະໂນຕອນດິນ 3 ລ້ານກວ່າຕອນ. ນອກຈາກນັ້ນ, ໄດ້ສຳເລັດການພັດທະນາລະບົບໂປແກມ Lao Land Reg ແລະ ປະກາດນຳໃຊ້ໃນຂອບເຂດທົ່ວປະເທດ, ສຳເລັດການຖ່າຍໂອນຂໍ້ມູນຈາກລະບົບເຈ້ຍເປັນລະບົບດີຈີຕອນ ໂດຍໄດ້ສໍາເນົາໃບຕາດິນ, ໃບທະບຽນທີ່ດິນ ພ້ອມທັງຂໍ້ມູນລະອຽດກ່ຽວກັບທີ່ດິນ ແລະ ຜູ້ທີ່ເປັນເຈົ້າຂອງສິດ ນໍາໃຊ້ທີ່ດິນ ທີ່ມີໃບຕາດິນແລ້ວເຂົ້າໃນຄອມພິວເຕີໄດ້ທັງໝົດ ໃນຂອບເຂດທົ່ວປະເທດ ຈໍານວນ 1.052.829 ຕອນ ໃນຈໍານວນທີ່ໄດ້ຂຶ້ນທະບຽນອອກໃບຕາດິນແລ້ວ ຈໍານວນ 1.668.504 ຕອນ ເທົ່າກັບ 63,80%, ຫັນເອົາທຸລະກໍາການຊື້-ຂາຍສິດນໍາໃຊ້ທີ່ດິນ (ການໂອນສິດນໍາໃຊ້ທີ່ດິນ), ການປ່ຽນປະເພດດິນ ໃຫ້ເຂົ້າສູ່ລະບົບທີ່ທັນສະໄໝ ແລະ ການຊໍາລະເງິນ ຜ່ານລະບົບທະນາຄານ. ເພື່ອຍົກລະດັບປະສິດທິພາບ ຂອງການຂຶ້ນທະບຽນອອກໃບຕາດິນ ໃຫ້ບັນລຸຕາມຕົວເລກແຜນການທີ່ວາງໄວ້ໃນຈໍານວນ 1.600.000 ຕອນ ຂອງແຜນການ 5 ປີ (2021-2025) ແລະ ແຜນການປີ 2023 ຈໍານວນ 400.000 ຕອນ ຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈະຕ້ອງສຸມໃສ່ສ້າງຄວາມເຂັ້ມແຂງວຽກງານຂຶ້ນທະບຽນອອກໃບຕາດິນ ຢ່າງເປັນລະບົບ ແລະ ຫັນລະບົບການຄຸ້ມຄອງທີ່ດິນເປັນທັນສະໄໝ ໃນຂອບເຂດທົ່ວປະ ເທດ ຊຶ່ງໂຄງການສ້າງຄວາມເຂັ້ມແຂງວຽກງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ກໍເປັນສ່ວນໜຶ່ງໃນປະກອບ ສ່ວນເຂົ້າໃນການຂຶ້ນທະບຽນອອກໃບຕາດິນ ໃຫ້ສໍາເລັດຕາມຕົວເລກແຜນການທີ່ວາງໄວ້ ແນວໃດກໍ່ຕາມເພື່ອໃຫ້ສໍາເລັດຕາມແຜນການດັ່ງກ່າວ ເຫັນວ່າຍັງມີຄວາມຈໍາເປັນໃນການຮ່ວມມືຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ໃນການຈັດສັນທີ່ດິນຂັ້ນບ້ານ ກ່ອນຈະດໍາເນີນການຂຶ້ນທະບຽນອອກໃບຕາດິນ; ຊຸກຍູ້ການມອບວຽກງານການຂຶ້ນທະບຽນອອກໃບຕາດິນ ໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ ໂດຍສ້າງເງື່ອນໄຂ ແລະ ປັບປຸງພາລະບົດບາດຂອງຫ້ອງການດັ່ງກ່າວ ພ້ອມທັງປະກອບພະນັກງານ ໃຫ້ພຽງພໍກັບໜ້າວຽກຕົວຈິງ ໂດຍການຊັບຊ້ອນພະນັກງານຂັ້ນແຂວງ ລົງໄປຊ່ວຍ ຫຼື ໄປປະຈຳການເຮັດວຽກວິຊາສະເພາະຢູ່ແຕ່ລະເມືອງ ໃຫ້ສາມາດດໍາເນີນການໄດ້; ສະໜອງງົບປະມານ, ພາຫະນະຮັບໃຊ້, ອຸປະກອນ, ເຄື່ອງມືວັດແທກ ແລະ ອື່ນໆ ເພື່ອຮັບປະກັນການບໍລິການຂຶ້ນທະບຽນອອກໃບຕາດິນໃຫ້ແກ່ປະຊາຊົນ ໃຫ້ມີຄວາມວ່ອງໄວ, ຫຼຸດຜ່ອນຂັ້ນຕອນ ແລະ ຄ່າໃຊ້ຈ່າຍຕ່າງໆ. ຈາກນັ້ນ ທີ່ກອງປະຊຸມ ກໍ່ໄດ້ຮັບຟັງການປະກອບຄໍາເຫັນ ຈາກຄະນະນໍາ ຂອງຂະແໜງການ ກ່ຽວຂ້ອງ ແລະ ບັນດາແຂວງຕ່າງໆ ໃນຕອນທ້າຍຂອງກອງປະຊູມ ໄດ້ມີພິທິມອບ-ຮັບ ພາຫະນະ ລົດໃຫຍ່, ລົດຈັກ, ອຸປະກອນ ໄອທີ, ອຸປະກອນສໍາຫຼວດວັດແທກ ກ້ອງ RTK, ສະຖານ CORS, ຫຼັກເຂດ ແລະ ແບບພິມໃບຕາດິນ ເພືິ່ອຮັບໃຊ້ໂຄງການຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ.