Fuge

2 ແຂວງ ພາກເໜືອໄດ້ຮັບການຍົກລະດັບຄວາມຮູ້ ກ່ຽວກັບວຽກງານການອອກໃບຕາດິນ

ຂຽນໂດຍ:
ເຜີຍແຜ່: 28/02/2023

           ໃນລະຫວ່າງວັນທີ 13-15 ກຸມພາ 2023 ທີ່ຜ່ານມາ ກະຊວງຊັບພະຍາກອນທຳມະຊາດທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງເຜີຍແຜ່ ກົດໝາຍ ວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019. ຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ບັນດາຂະແໜງການໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄປໃນທິດທາງດຽວກັນ ແນໃສ່ຮັບປະກັນຄວາມເປັນເອກະພາບທາງຫຼັກການ ແລະ ເນື້ອໃນ ທັງເປັນບ່ອນອີງໃນການການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານທີ່ດິນ ໃຫ້ບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້. ໃນການເຜີຍແຜ່ຄັ້ງນີ້ ແມ່ນປະກອບມີ 2 ແຂວງພາກເໜືອຄື: ແຂວງໄຊຍະບູລີ ແລະ ແຂວງຫົວພັນ.


          ໃນວັນທີ 13 ກຸມພາ 2023 ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍດັ່ງກ່າວຂຶ້ນ ຢູ່ທີ່ຫ້ອງວ່າການປົກຄອງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບຸນລັບ ແສງອາພອນ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ແລະ ທ່ານ ບຸນລັດ ວໍລະຈິດ ຮອງຫົວໜ້າຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. 

          ຕໍ່ມາ ໃນວັນທີ 15 ກຸມພາ 2023 ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ດັ່ງກ່າວຂຶ້ນຢູ່ທີ່ ພະແນກແຜນການ ແລະ ການລົງທຶນ ແຂວງ ຫົວພັນ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບຸນລັດ ວໍລະຈິດ ຮອງຫົວໜ້າຫ້ອງການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ນາງ ພວງແສງ ໄຊຍາສິດ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ.ໂດຍມີຜູ້ຕາງໜ້າຈາກບັນດາພະແນກການອ້ອມຂ້າງພາຍໃນແຂວງ, ມີບັນດາຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ທີ່ຂຶ້ນກັບແຂວງ ພ້ອມດ້ວຍວິຊາການຈາກສຸນກາງແລະທ້ອງຖິ່ນເຂົ້າຮ່ວມ. 

          ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ປະກອບມີ: 15 ພາກ, 30 ໝວດ ແລະ 188 ມາດຕາ. ເຊິ່ງໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 7 ສະພາແຫ່ງຊາດ ຊຸດທີ VIII ແລະ ປະທານປະເທດ ໄດ້ອອກລັດຖະດໍາລັດປະກາດໃຊ້ ສະບັບເລກທີ 261/ປປທ, ລົງວັນທີ 02 ສິງຫາ 2019. ກົດໝາຍສະບັບນີ້ ແມ່ນໄດ້ຜັນຂະຫຍາຍມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ, ລົງວັນທີ 3 ສິງຫາ 2017 ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່ ເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານການນໍາໃຊ້ທີ່ດິນໃຫ້ມີປະສິດທິຜົນ ແນໃສ່ຮັບປະກັນການປົກປັກຮັກສາ, ພັດທະນາ ແລະ ການນໍາໃຊ້ທີ່ດິນຖືກຕ້ອງຕາມເປົ້າໝາຍ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດຍືນຍົງ ແລະ ເຮັດໃຫ້ທີ່ດິນມີມູນຄ່າເພີ່ມຂຶ້ນ ລວມທັງການປົກປັກຮັກສາສິ່ງແວດລ້ອມ, ເຂດນໍ້າແດນດິນ ຂອງ ສປປ ລາວ. ພ້ອມກັນນັ້ນ ກໍ່ຍັງຮັບປະກັນກົງຈັກການຈັດຕັ້ງ ແລະ ການຄຸ້ມຄອງບໍລິຫານທີ່ດິນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ໃນແຕ່ລະໄລຍະ, ມີການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ, ຮັບປະກັນການປະສານສົມທົບກັນ ລະຫວ່າງ ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນ ໃນການຕິດຕາມ ກວດກາ ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ທີ່ດິນໃຫ້ມີປະສິດທິພາບ.

          ເພື່ອຍົກສູງປະສິດທິພາບໃນການຄຸ້ມຄອງທີ່ດິນນັ້ນ ຈຶ່ງຖືເອົາວຽກງານ ໂຄສະນາເຜີຍແຜ່ ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ໃຫ້ທຸກພາກສ່ວນໃນສັງຄົມ ເຂົ້າໃຈຢ່າງກວ້າງຂວາງ ແລະ ເລິກເຊິ່ງ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດ ໄປໃນທິດທາງດຽວກັນ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ພ້ອມທັງຮຽກຮ້ອງ ໃຫ້ທຸກພາກສ່ວນໃນສັງຄົມ ນໍາໄປຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ໂດຍສະເພາະ ບັນດາຂະແໜງການຄຸ້ມຄອງການນໍາໃຊ້ທີ່ດິນ ແຕ່ລະປະເພດ ນໍາໄປຄົ້ນຄວ້າ ຜັນຂະຫຍາຍ ເປັນນິຕິກໍາໃຕ້ກົດໝາຍ ພ້ອມກັນນັ້ນ ຄະນະຮັບຜິດຊອບເຜີຍເເຜ່ກົດໝາຍ ວ່າດ້ວຍທີ່ດິນ ຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ມອບ ປຶ້ມກົດໝາຍ ວ່າດ້ວຍທີ່ດິນ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 2 ແຂວງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 21 ເມືອງ ເພື່ອສືບຕໍ່ ນໍາໄປໂຄສະນາເຜີຍແຜ່ ຢູ່ໃນທ້ອງຖິ່ນຂອງຕົນ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ