Fuge

ຫາລື ສິດການນຳໃຊ້ທີ່ດິນ ຂອງປະຊາຊົນຢູ່ໃນເຂດທີ່ດິນປ່າໄມ້

Write by: Administrator
Published: 13/09/2022

        ໃນຕອນບ່າຍຂອງວັນທີ 23 ສິງຫາ 2022 ທີ່ກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ໄດ້ມີກອງປະຊຸມ ປຶກສາຫາລື ກ່ຽວກັບ ການຮັບຮູ້ສິດນຳໃຊ້ທີ່ດິນ ຂອງປະຊາຊົນຢູ່ໃນເຂດທີ່ດິນປ່າໄມ້ ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການເຂົ້າຮ່ວມຂອງ ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ມະນີໂສ ຊາມຸນຕີ ຮອງປະທານກຳມາທິການ ເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າຈາກ ກົມກົດໝາຍ, ກະຊວງຍຸຕິທຳ, ກົມປ່າໄມ້, ກົມພັດທະນາທີ່ດິນກະສິກຳ, ກົມທີ່ດິນ ແລະ ບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ວິຊາການ ຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລື ຄວາມເປັນໄປໄດ້ໃນການ ຮັບຮູ້ສິດນຳໃຊ້ທີ່ດິນ ຂອງປະຊາຊົນ ທີ່ອາໄສ ແລະ ທຳການຜະລິດ ໃນເຂດທີ່ດິນປ່າໄມ້ ແລະ ຄວາມເປັນເອກະພາບຮ່ວມກັນໃນການກະກຽມສ້າງນິຕິກຳ ໃຕ້ກົດໝາຍສຳລັບວຽກງານດັ່ງກ່າວ.


        ໃນກອງປະຊຸມ ດັ່ງກ່າວ ທ່ານ ປອ. ອານົງສອນ ພົມມະຈັນ, ຫົວໜ້າກົມທີ່ດິນ, ກໍໄດ້ຂຶ້ນລາຍງານ ສະພາບລວມ, ຄວາມເປັນມາ ແລະ ນິຕິກຳທີ່ກ່ຽວຂ້ອງ ກັບການນຳໃຊ້ທີ່ດິນປ່າໄມ້ຢູ່ ໃນ ສປປ ລາວ ແລະ ຍັງໄດ້ລາຍງານຜົນຂອງການຈັດຕັ້ງປະຕິບັດ ໂຄງການທົດລອງ ສຶກສາການຮັບຮູ້ສິດນຳໃຊ້ທີ່ດິນຂອງປະຊາຊົນທີ່ອາໄສ ແລະ ທຳການຜະລິດຢູ່ໃນເຂດທີ່ດິນປ່າໄມ້ ຢູ່ 3 ແຂວງທົດລອງ: ແຂວງ ຫົວພັນ, ແຂວງໄຊຍະບູລີ ແລະ ແຂວງຄຳມ່ວນ. 


        ພາຍຫຼັງໄດ້ຮັບຟັງການລາຍງານແລ້ວ ບັນດາຜູ້ເຂົ້າຮ່ວມ ກອງປະຊຸມກໍ່ໄດ້ມີການປຶກສາຫາລືແລກປ່ຽນຄວາມຄິດຄວາມເຫັນ ຢ່າງກົງໄປກົງມາ ແລະ ໄດ້ມີຄວາມເປັນເອກະພາບຮ່ວມກັນ ກ່ຽວກັບ ບັນດານະໂຍບາຍ, ລະບຽບການ ແລະ ສະພາບຄວາມເປັນຈິງ ຂອງການນຳໃຊ້ທີ່ດິນປ່າໄມ້ ໃນ ສປປ ລາວ. ພ້ອມດຽວກັນນັ້ນ ກໍ່ຍັງໄດ້ວາງທິດທາງໃນຕໍ່ໜ້າ ສຳລັບວຽກງານດັ່ງກ່າວອີກດ້ວຍ. 

        ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານກອງປະຊຸມ ກໍໄດ້ສະຫຼຸບຜົນຂອງການປຶກສາຫາລື ໂດຍໄດ້ໃຫ້ທິດຊີ້ນຳ ໃຫ້ບັນດາກົມກ່ຽວຂ້ອງ ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ປະສານສົມທົບເຊິ່ງກັນແລະກັນ ໃນການສຶກສາຄົ້ນຄວ້າ ລະອຽດ ແລະ ສັງລວມ ຂໍ້ມູນທັງໝົດທີ່ກ່ຽວຂ້ອງ ກັບການນຳໃຊ້ທີ່ດິນປ່າໄມ້ຂອງປະຊາຊົນໃນຂອບເຂດທົ່ວປະເທດ ເພື່ອກະກຽມລາຍງານສະພາແຫ່ງຊາດ ຄົ້ນຄວ້າຫາວິທີທາງອອກ ຕາມລະບຽບກົດໝາຍທີ່ກ່ຽວຂ້ອງ ແລະ ສະພາວະຄວາມເປັນຈິງຂອງປະເທດ.