1. ໂອນທີ່ດິນ
ແມ່ນການໂອນດິນຂອງບຸກຄົນໃດບຸກຄົນຫນຶ່ງໄດ້ສິ້ນສຸດລົງ ແລະ ຈາກນັ້ນ ສິດນໍາໃຊ້ທີ່ດິນການສືບທອດມູນມໍຣະດົກຕາມກົດໝາຍ ຫຼື ຕາມໃນກຳ (ກົດໝາຍວ່າດ້ວຍມູນມໍຣະດົກ ແລະ ພື້ນຖານການສືບທອດມູນມໍຣະດົກ)ແມ່ນການຕົກທອດຂອງຊັບສົມບັດ, ສິດ ແລະ ພັນທະຂອງຜູ້ທີ່ເສຍຊີວິດການສືບທອດມູນມໍຣະດົກໃຫ້ ແກ່ຜູ້ທີ່ມີສິດສືບທອດມູນມໍຣະດົກຕາມກົດໝາຍ ຫຼື ຕາມໃນກໍາ
2 ຂັ້ນຕອນມອບໂອນອືນ - (ມອບໝົດຕອນ)
ຂັ້ນຕອນ1: ການປະກອບຂຽນຟອມລຸດຄ່າສັ່ງມອບໂອນດີນ
ຂຽນແບບຟອມ
- ເຊັນຜູ້ມອບ
- ເຊັນຜູ້ຮັບ
- ເຊັນພະຍານ 3ຄົນ
- ເຊັນນາຍບ້ານບ່ອນທີ່ດີນຕັ້ງ
ຂັ້ນຕອນທີ 2: ການປະກອບເອກະສານມີ
- ໃບຢັ້ງຢືນທີ່ຢູ່, ບັດປະຈໍາຕົວກອບປີ້ສຳມະໂນຄົວຂອງຜູ້ມອບໃຫ້ຜູ້ຮັບ
- ໃບຕາດີນແທ້
- ໃບບີນເສຍພາສີທີ່ດີນ
ຂັ້ນຕອນທີ 3: ຍື່ນເອກະສານຢູ່ຫ້ອງການທີ່ດີນເມືອງ(ຫຊສມ)
- ພ/ງຮັບເອກະສານ
- ພ/ງ ລົງເກັບກໍາຂໍ້ມູນທີ່ດີນຢູ່ພາກສະໜາມ(ດີນຢູ່ຈຸດໃດມີສິ່ງປຸກສ້າງ ຫຼື ບໍ່ມີ)
- ພ/ງ ຄິດໄລ່ຄ່າທໍານຽມມອບໂອນ
- ເສຍຄ່າທຳນຽມມອບໂອນ
- ພ/ງທີ່ດິນເມືອງຈະນໍາສົ່ງເອກະສານທັງໝົດໄປພະແນກຊັບ
ຂັ້ນຕອນທີ 4: ພະແນກຊັບ ຖານວ/ແຂວງ
- ພ/ງ ຮັບເອກະສານທີ່ສົ່ງມາ
- ສົ່ງເອກະສານໄປໜ່ວຍງານບໍລິການຄຸ້ມຄອງສາງເອົາສຳນວນເດີມໃສ່ເອກະສານ
- ສົ່ງໜ່ວຍງານວັດແທກ
- ສົ່ງໜ່ວຍງານຈົດທະບຽນ ຈົດທະບຽນມອບໂອນດີນ
- ສົ່ງໜ່ວຍງານບໍລິການພິມໃບຕາດິນ
- ສົ່ງຮອງຂະແໜງທີ່ດິນເຊັນເອກະສານຢັ້ງຢືນ
- ສົ່ງຫົວໜ້າຂະແໜງທີ່ດິນເຊັນເອກະສານຢັ້ງຍືນ
- ສົ່ງຫົວໜ້າພະແນກເຊັ່ນໃບຕາດີນ
- ເຊັນແລ້ວສົ່ງກັບທີ່ດິນເມືອງ
- ຫຼັງຈາກນັ້ນແມ່ນໃຫ້ເຈົ້າຂອງດີນມາຮັບເອົາໃບຕາດີນ