Fuge

ໂລກມີພງງໜຶ່ງດຽວ Only One Earth

Write by: Administrator
Published: 24/08/2022

ໂລກມີພຽງໜຶ່ງດຽວ Only One Earth


​ຈາກປະກົດການຕ່າງໆທີ່ເກີດຂຶ້ນໃນໂລກ ບໍ່ວ່າຈະເປັນການລະລາຍຂອງນ້ຳກ້ອນຢູ່ຂົ້ວໂລກ ເໜືອ, ນ້ຳຖ້ວມ, ແຜນດິນໄຫວ ຫຼື ອາກາດຮ້ອນຂຶ້ນ ຊຶ່ງຜົນມາຈາກກິດຈະກຳຂອງມະນຸດເປັນຜູ້ທຳລາຍທຳມະຊາດ ຈຶ່ງໄດ້ເກີດວັນ “ສິ່ງແວດລ້ອມໂລກ” ເກີດຂຶ້ນ ເພື່ອໃຫ້ເກີດຄວາມຕື່ນຕົວໃນດ້ານວິກິດການສິ່ງແວດລ້ອມຂຶ້ນທົ່ວໂລກ ລວມທັງ ກະຕຸ້ນໃຫ້ມີການປ່ຽນແປງໄປສູ່ທາງທີ່ດີ ແລະ ເພື່ອໃຫ້ເປົ້າໝາຍບັນລຸຜົນ ເພາະໂລກມີພຽງໜຶ່ງດຽວ ຄວນປົກປັກຮັກສາໂລກມື້ນີ້ ເພື່ອອະນາຄົດທີ່ດີຂອງລູກຫຼານ.


​ໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2022 ຜ່ານມານີ້ ໄດ້ມີພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ 5 ມິຖຸນາ ທີ່ໄດ້ໝູນວຽນມາຄົບຮອບ 50 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ທີ່ໄດ້ຈັດຂຶ້ນຢູ່ເຂດນ້ຳເປາະ ເມືອງວັງວຽງ ແຂວງວຽງຈັນ ໃນຄັ້ງນີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງ ແຂວງວຽງຈັນ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ນາງ ຊາຣາ ເຊເກນເນສ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ (UN), ທ່ານ ປີເຕີ ຟອດຈໍ ອຸປະທູດ ສະວີເດັນ ປະຈຳ ສປປ ລາວ, ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງ ເມືອງວັງວຽງ, ພ້ອມດ້ວຍຄະນະນຳແຂວງ, ຄະນະນຳບັນດາກະຊວງ, ຄະນະປ່າໄມ້ ມຊ, ນ້ອງນັກຮຽນ ແລະ ແຂກເຂົ້າຮ່ວມຢ່າງຟົດຟື້ນ.


​ພາຍຫຼັງທີ່ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງ ໄດ້ກ່າວຕອນຮັບບັນດາແຂກເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ໃນຄັ້ງນີ້ແລ້ວ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກຊສ ກໍ່ໄດ້ກ່າວເປີດພິທີ ແລະ ທ່ານ ນາງ ຊາຣາ ເຊເກນເນສ, ທ່ານ ປີເຕີ ຟອດຈໍ ແລະ ທ່ານ ບຸນຈັນ ມາລາວົງ ກໍ່ໄດ້ມີຄຳເຫັນຕໍ່ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຈາກນັ້ນກໍ່ໄດ້ຕັດແຖບຜ້າ ເພື່ອເປັນການເປີດພິທີຢ່າງເປັນທາງການ ໃນພິທີດັ່ງກ່າວຈະມີ ການປ່ອຍປາລົງສູ່ນ້ຳເປາະ ຈຳນວນ 17,000 ໂຕ ໃນນັ້ນມີປາເຄິງ ແລະ ປາກົດ ເປັນປາປະຈຳທ້ອງຖິ່ນ ຈາກນັ້ນກໍ່ໄດ້ຮ່ວມກັນປູກຕົ້ນໄມ້ຕາມແຄມນ້ຳເປາະ, ແຄມທາງເຂົ້າບ້ານນາແຄມີຄວາມຍາວ 3 ກິໂລ ແລະ ສູນເຕັກນິກກະສິກຳ ແລະ ປ່າໄມ້ ເມືອງວັງວຽງ ເຊິ່ງໄມ້ທີ່ນຳເອົາມາປູກໃນຄັ້ງນີ້ ມີໄມ້ໃຫຍ່ ຈຳນວນ 90 ຕົ້ນ, ໄມ້ນ້ອຍ ຈຳນວນ 558 ຕົ້ນ ແລະ ນອກຈາກນີ້ ຍັງມີກິດຈະກຳສຳມະນາວິທະຍາສາດ, ການຕັ້ງບູດວາງສະແດງ ແລະ ກິດຈະກຳຖາມ-ຕອບ.


ວາລະດັ່ງກ່າວຖືເປັນໂອກາດທີ່ດີ ແລະ ຖືເອົາ 2 ວັນດັ່ງກ່າວນີ້ ເປັນການກະຕຸກຊຸກຍູ້, ປູກຈິດສຳນຶກ ແລະ ທັງເປັນການປຸກລະດົມກໍາລັງໃຈອັນແຮງກ້າໃຫ້ປະຊາຊົນບັນດາເຜົ່າຊາວແຂວງວຽງຈັນ ກໍ່ຄືຄົນລາວທົ່ວປະເທດໄດ້ຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງ ເພື່ອຖະນຸຖະໜອມໂລກຂອງພວກເຮົາດ້ວຍການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ຕາມຄຳຂວັນຂອງປີນີ້ຄື: “ ໂລກມີພຽງໜຶ່ງດຽວ” (Only One Earth)