Fuge

ພິທີເປິດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VIຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

Write by:
Published: 06/03/2023

        ໃນຕອນເຊົ້າຂອງວັນທີ 24 ຕຸລາ 2022 ທີ່ຫ້ອງປະຊຸມກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ມີພິທີເປີດຝຶກອົບຮົມທິດສະດີການເມືອງ ແລະ ການປົກ ຄອງ ໄລຍະສັ້ນ 45 ວັນ ຊຸດທີ VI ໃຫ້ບັນດາສະຫາຍສະມາຊິກພັກ-ພະນັກງານຫຼັກແຫຼ່ງຂື້ນ, ໃຫ້ກຽດເປັນປະທານຂອງ ສະຫາຍ ປອ. ໄຊນະຄອນ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍການເຂົ້າຮ່ວມຂອງ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນຈາກ ຄະນະພັກຮາກຖານ, ໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ທີ່ຂື້ນກັບອົງຄະນະພັກ ກຊສ, ຄະ ນະພັກຮາກຖານ ພຊສ ນະຄອນຫຼວງວຽງຈັນ, ຄະນະຮັບຜິດຊອບຝຶກອົບຮົມ ແລະ ນັກສໍາມະນາກອນເຂົ້າຮ່ວມ.

 
         ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ແມ່ນເພື່ອສືບຕໍ່ການກໍ່ສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກພັກ ໂດຍແນໃສ່ການສ້າງຄວາມຮູ້ພື້ນຖານດ້ານທິດສະດີຂອງພັກ, ຄຸນສົມບັນປະຕິວັດ, ມູນເຊື້ອອັນພິລະອາດຫານຂອງພັກ ແລະ ການຈັດຕັ້ງປະຕິບັດຕົວຈິງ ເພື່ອໃຫ້ບັນດາສະມາຊິກພັກໄດ້ຮັບຮູ້ ແລະ ສາມາດໝູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບ ທັງສາມາດກໍາໄດ້ບັນຫາ, ແນວທາງນະໂຍບາຍຂອງພັກວາງອອກໃນແຕ່ໄລຍະ. ເຊິ່ງໃນຊຸດຝຶກອົບຮົມດັ່ງກ່າວມີນັກສໍາມະນາກອນເຂົ້າຮ່ວມທັງໝົດ ຈໍານວນ 40 ສະຫາຍ, ຍິງ 19 ສະຫາຍ ທີ່ຂື້ນກັບອົງຄະນະພັກ ກຊສ 35 ສະຫາຍ ຍິງ 18 ສະຫາຍ ແລະ ມາຈາກຄະນະພັກຮາກຖານ ພຊສ ນະຄອນຫຼວງວຽງຈັນ 5 ສະຫາຍ, ຍິງ 1 ສະຫາຍ ແລະ ການເນີນຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ແມ່ນປະຕິບັດຕາມຫຼັກສູດຂອງສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ໃນຈໍານວນ 5 ພາກວິຊາ, ປະກອບມີ 33 ບົດ ໃຊ້ເວລາຝຶກອົບຮົມ 45 ວັນ.


          ໃນພິທີເປີດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ສະຫາຍ ປອ. ໄຊນະຄອນ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ມີຄໍາເຫັນຕໍ່ຊຸດຝຶກອົບຮົມຄັ້ງນີ້ວ່າ: ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສໍາຄັນ ເນື່ອງຈາກພວກເຮົາຢູ່ໃນໄລຍະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ສອງວາລະແຫ່ງຊາດ ເວົ້າລວມ, ເວົ້າສະເພາະແມ່ນທິດທາງແຕ່ນີ້ຮອດປີ 2025 ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບຮອງໄປແລ້ວ ແລະ ເພື່ອການປະຕິບັດຄໍາຂວັນທີ່ວ່າ: “ເພີ່ມທະວີບົດບາດການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະຕິບັດກົນໄກ, ນິຕິກໍາຢ່າງມີປະສິດທິພາບ, ປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຕາມທິດສີຂຽວ” ຄຽງຄູ່ກັບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງຂະແໜງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ການຫັນປ່ຽນຢ່າງເລິກເຊິ່ງໃນວຽກງານພັກ-ພະນັກງານ ໂດຍສະເພາະການຄຸ້ມຄອງເຂົ້າສູ່ລະບົບທັນສະໄໝ. ສະນັ້ນ, ຈຶ່ງມີຄວາມຈໍາເປັນພາວະວິໄສ ໃນການເປີດຮຽນທິດສະດີການເມືອງ ແລະ ການປົກຄອງໃນໄລຍະ 45 ວັນ ໃນຄັ້ງນີ້ກໍ່ເພື່ອແນໃສ່ໃຫ້ບັນດາສະຫາຍສະມາຊິກພັກ ໄດ້ເຊື່ອມຊຶມເອົາບັນດາທິດສະດີ ຂອງພັກ, ຄຸນສົມບັດສິນທໍາປະຕິວັດ, ແນວທາງນະໂຍບາຍຕ່າງໆຂອງພັກ, ມູນເຊື້ອອັນພິລະອາດຫານຂອງພັກ ແລະ ການຈັດຕັ້ງປະຕິບັດຕົວຈິງ ເພື່ອນໍາມາໝູນໃຊ້ເຂົ້າໃນໜ້າທີ່ການເມືອງທີ່ຕົນເອງຮັບຜິດຊອບ ແລະ ເປັນການປະກອບສ່ວນຢ່າງຕັ້ງໜ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືການພັດທະນາວຽກງານ ຂອງຂະແໜງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ເປັນຮູບປະທໍາ ໂດຍຮຽກຮ້ອງໃຫ້ນັກສໍາມະນາກອນທຸກສະຫາຍ ຈົ່ງຕັ້ງໃຈ, ເອົາໃຈໃສ່ ເພື່ອຄົ້ນຄ້ວາແລກປ່ຽນບົດຮຽນກັບຄູອາຈານທີ່ມາຂື້ນຫ້ອງໃນແຕ່ລະວັນ, ປະຕິບັດຢ່າງເຂັ້ມງວດລະບຽບການທີ່ຄະນະຮັບຜິດຊອບວາງອອກ. ພ້ອມກັນນັ້ນ, ກໍ່ໃຫ້ມີການແຕ່ງຕັ້ງຄະນະຫ້ອງ, ຄະນະໜ່ວຍ ແລະ ມີການແບ່ງຄວາມຮັບຜິດຊອບກັນລະອຽດ ໂດຍສະເພາະການຕິດຕາມການຂື້ນຫ້ອງສອນຂອງຄູອາຈານ, ການສ້າງຂະບວນການ ຫຼື ກິດຈະກໍາຕ່າງໆ ຕ້ອງຮັບປະກັນການປະຢັດ-ຕ້ານການຟູມເຟືອຍ ແລະ ຮັກສາໄດ້ຮີດຄອງປະເພນີ ແລະ ລະບຽບກົດໝາຍ ແລະ ສໍາຄັນແມ່ນການຮັກສາຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍ ພ້ອມທັງໃຫ້ປ້ອງກັນການແຜ່ລະບາດ ຂອງ ພະຍາດໂຄວິດ-19 ໃນໄລຍະຝຶກອົບຮົມດັ່ງກ່າວນີ້ ແລະ ໃຫ້ນັກສໍາມະນາກອນທຸກສະຫາຍ ຈົ່ງເຊີດຊູຄວາມຮັບຜິດ ຊອບຂອງຕົນເຂົ້າໃນການຝຶກອົບຮົມຢ່າງສຸດກົກສຸດປາຍ ໃຫ້ສົມກັບທີ່ການຈັດຕັ້ງນໍາສົ່ງມາຝຶກອົບຮົມ ເພື່ອເຮັດໃຫ້ບັນລຸໄດ້ຈຸດປະສົງຄາດໝາຍໃນການຝຶກອົບຮົມຄັ້ງນີ້.


           

            ການຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VI ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈະໄດ້ດໍາເນີນນັບແຕ່ວັນທີ 24 ຕຸລາ ຫາວັນທີ 23 ທັນວາ 2022 ຈຶ່ງຈະປິດລົງ.