Fuge

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມຄົົ້ນຄ້ວາປັບປຸງ ແຜນຈັດສັນທີ່ດິນ, ຄຸຸ້ມຄອງ ຊັບພະຍາກອນທໍາມະຊາດ ແລະ ສິີ່ງແວດລ້ອມ

Write by:
Published: 06/03/2023

          ໃນກອງປະຊຸມ ສະຫາຍ ລຽນໄຊ ບຸນມະນີວັນ ໄດ້ຂຶ້ນເຜີຍແຜ່ສາມເອກະສານ (01. ວັນຊາດ ສາທາລະນະລັດສັງຄົມນິຍົມຫວຽດນາມ, 02. ຄຳເຫັນຊີ້ນຳຂອງສະຫາຍ ປອ ບຸນທອງ ຈິດມະນິ ກົມການເມືອງ ແລະ 03. ຄຳສັ່ງແນະນຳ ຂອງຄະນະເລຂາທິການສຸນກາງພັກ ກ່ຽວກັບ ການເພີ່ມທະວີການນຳພາ-ຊີ້ນຳ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ. ໂດຍທ່ານໄດ້ຍົກໃຫ້ເຫັນສາມໄລຍະໃນການຕໍ່ສູ້ກູ້ຊາດເປັນຕົ້ນ ໄລຍະທີ Iການຕໍ່ສູ້ຍາດເອົາອຳນາດການປົກຄອງ (1930-1945). ມັນແມ່ນບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດຂອງການປະຕິວັດຫວຽດນາມ ມັນເປັນຂີດໝາຍໃຫມ່ທີ່ສະຫວ່າງສະໄຫວ ໃນເສັ້ນທາງຂະຫຍາຍຕົວຂອງຊາດຫວຽດນາມ. ພາຍໃຕ້ການນຳຂອງພັກກອມມູນິດຫວຽດ ນາມ, ໄລຍະທີ II ປົກປັກຮັກສາ ແລະ ຂະຫຍາຍໝາກຜົນຂອງການປະຕິວັດເດືອນ ສິງຫາ ດຳເນິນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ (1945-1975) ແມ່ນການຕໍ່ສູ້ຕີເອົາໄຊຊະນະສົງຄາມຮຸກຮານຂອງພວກລ່າເມືອງຂຶ້ນປົດປ່ອຍພາກເໜືອຫວຽດນາມ ແລະ ທັບມ້າງລັດທິລ່າເມືອງຂຶ້ນແບບເກົ່າ ແລະ ໄລຍະທີ III ໄລຍະການປະຕິວັດສັງຄົມນິຍົມ, ປະຕິບັດພາລະກິດປ່ຽນແປງໃຫມ່, ກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ (1975 ເປັນຕົ້ນມາ) ແມ່ນ ສສ ຫວຽດນາມ ໄດ້ດໍາເນິນພາລະກິດປ່ຽນແປງໃຫມ່ ແລະ ເປີດປະຕູອອກສູ່ໂລກພາຍນອກ, ປະຕິບັດແນວາງສ້າງປະເທດຫວຽດນາມໃຫ້ເປັນເອກະລາດ, ປະຊາທິປະໄຕ, ສະເໝີພາບ, ສີວິໄລ ແລະ ປະຊາຊົນຮັ່ງມີຜາສຸກ.


           ນອກຈາກນີ້ ທ່ານປະທານ ຍັງໄດ້ຍົກໃຫ້ເຫັນບາງເນື້ອໃນເອກະສານ ຄຳເຫັນຊີ້ນຳ ຂອງສະຫາຍ ປອ ບຸນທອງ ຈິນມະນິ ກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ຕໍ່ກອງປະຊຸມຟັງການສ່ອງແສງຈາກຄະນະພັກກະຊວງ-ອົງການ ແລະ ທ້ອງຖິນ ແລະ ເອກະສານ ຄຳສັງແນະນຳ ການເພີ່ມທະວີການນຳພາ-ຊີ້ນຳ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ ໃຫ້ກັບສະມາຊິກພັກຮັບຮູ້ ແລະ ເຊື່ອມຊຶມ ວຽກງານການປັບປຸງກໍ່ສ້າງພັກ ເປັນຕົ້ນ: ການສຶກສາອົບຮົມ-ແນະນຳ ໃຫ້ຄະນະພັກ, ສະມາຊິກພັກ ກໍາແໜ້ນ, ເຊື່ອມຊຶມ ແລະ ປະຕິບັດກົດລະບຽບຂອງພັກ ໃຫ້ຖຶກຕ້ອງເຂັ້ມງວດ ສະມາຊິກພັກຈະຕ້ອງປະຕິບັດ 5 ຫຼັກການ ແລະ 3 ທິດນຳ. ປະຕິບັດໜ້າທີ່ ຂອງສະມາຊິກພັກ 7 ໜ້າທີ, ປະຕິບັດ 11 ຂໍ້ຫ້າມ.
ການເຜີຍແຜ່ເຊື່ອມຊຶມເອກະສານການເມືອງທີ່ສຳຄັນໃນຄັ້ງນີ້ ເປັນການປະຕິບັດໜ້າທີ່ການເມືອງຂອງ ຄະນະພັກ, ຄະນະນຳ ແລະ ສະມາຊິກພັກ ໃນການນຳເອົາເນື້ອໃນຈິດໃຈຂອງແຕ່ລະເອກະສານໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະທີ່ຕົນຮັບຜິດຊອບໃຫ້ປະກົດຜົນເປັນຈິງ ພ້ອມທັງຮັບປະກັນຄວາມຖືກຕ້ອງ ແລະ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.