Fuge

Assignment new post

Write by: Administrator
Published: 24/08/2022

ກຊສ ປະກາດແຕ່ງຕັ້ງຫົວໜ້າກົມກວດກາ ແລະ ຮອງຫົວໜ້າຫ້ອງການ


ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດພິທີ ປະກາດແຕ່ງຕັ້ງຫົວໜ້າກົມກວດກາ, ຮອງຫົວໜ້າຫ້ອງການ ກຊສ ແລະ ຄະນະພັກຮາກຖານ ຊື່ງຈັດຂື້ນໃນວັນທີ 3 ມີຖູນາ 2022 ຜ່ານມານີ້ ທີ່ສະໂມສອນຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊນະຄອນ ອິນທະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກຊສ ໂດຍມີບັນດາຄະນະກົມກອງ ອ້ອມຂ້າງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ໃນພິທີ ສະຫາຍ ນາງ ທອງຈັນ ອະຄະມະເຂດ ຄະນະປະຈຳພັກ ກຊສ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານ ມະຕິຕົກລົງ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ໜ່ວຍພັກກົມກວດກາ, ມະຕິຕົກລົງ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ກົມສິ່ງແວດລ້ອມ ແລະ ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າຫ້ອງການ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄົນໃໝ່, ດຳລັດ ວ່າດ້ວຍການແຕ່ງຕັ້ງຫົວຫນ້າກົມກວດກາ ດັ່ງມີລາຍລະອຽດຄື:


1) ສະຫາຍ ສົມແພງ ໄຊຍະແສງ ເປັນເລຂາໜ່ວຍພັກ, ຫົວໜ້າກົມກວດກາ ໂດຍອີງຕາມ ມະຕິຕົກລົງ ວ່າດ້ວຍ ການບົ່ງໂຕແຕ່ງຕັ້ງເລຂາ, ຮອງເລຂາ ຫນ່ວຍພັກກົມກວດກາ ສະບັບເລກທີ 177/ອຄພ.ກຊສ, ລົງວັນທີ 23 ພຶດສະພາ 2022 ແລະ ດໍາລັດ ວ່າດ້ວຍການແຕ່ງຕັ້ງ ຫົວຫນ້າກົມກວດກາ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 170/ນຍ, ລົງວັນທີ 24 ພືດສະພາ 2022.


2) ສະຫາຍ ອໍລະຫັນ ບຸນຍະພາລົມ ເປັນເລຂາຄະນະພັກຮາກຖານ ກົມສິ່ງແວດລ້ອມ ໂດຍອີງຕາມ ມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ກົມສິ່ງແວດລ້ອມ ສະບັບເລກທີ 178/ອຄພ.ກຊສ, ລົງວັນທີ 23 ພຶດສະພາ 2022.


3) ສະຫາຍ ສົມອຸລາ ຍະພິຈິດ ເປັນຮອງຫົວໜ້າຫ້ອງການ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍອີງຕາມ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງຫົວຫນ້າຫ້ອງການ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 2777/ກຊສ, ລົງວັນທີ 25 ພຶດສະພາ 2022.


ໂອກາດດັ່ງກ່າວ ສະຫາຍ ໄຊນະຄອນ ອິນທະວົງ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ບັນດາສະຫາຍທີ່ຖືກແຕ່ງຕັ້ງໃຫມ່ ໃນຄັ້ງນີ້ ຊຶ່ງຈະເປັນກໍາລັງແຮງປະກອບສ່ວນສໍາຄັນເຂົ້າໃນການນໍາພາ-ຊີ້ນໍາ ວຽກງານຂອງ ກຊສ ກໍຄືການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສໍາເລັດເປັນກ້າວໆ ແລະ ເຮັດໃຫ້ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີຜົນສໍາເລັດຕາມຈຸດປະສົງໃນຕໍ່ໜ້າ.


ຈາກນັ້ນ, ສະຫາຍ ສົມແພງ ໄຊຍະແສງ ໄດ້ຂຶ້ນມີຄໍາເຫັນ ຊຶ່ງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງຂັ້ນເທິງ ແລະ ການຈັດຕັ້ງພັກ-ລັດ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະປະກອບສ່ວນຢ່າງຕັ້ງໜ້າໃນການນຳພາ-ຊີ້ນໍາວຽກງານຂອງ ກຊສ ໃນການເປັນເສນາທິການ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ມີປະສິດທິຜົນສູງຂຶ້ນ.