Fuge

ປະຊຸມສ້າງຄວາມເຂັ້ມແຂງການຂື້ນທະບຽນອອກ ໃບຕາດິນ ໃນຕອນເຊົ້າວັນພະຫັດ, ວັນທີ 16 ກຸມພາ 2023

Write by:
Published: 01/03/2023

        ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມລົງຊຸກຍູ້ສ້າງຄວາມເຂັ້ມແຂງການຂື້ນທະບຽນອອກ ໃບຕາດິນ ຂອງບັນດາ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 9 ຕົວເມືອງ ແລະ ໜ່ວຍງານພິສູດຫລັກຖານອອກ ໃບຕາດິນ ໃນ 3 ເມືອງເປົ້າໝາຍ. ໂດຍການເປັນປະທານຂອງ ທ່ານ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫລວງ, ເລຂາຄະນະພັກຮາກຖານ ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ. ເຊິ່ງມີຮອງຫົວໜ້າພະແນກ, ຫົວໜ້າ, ຮອງຫົວໜ້າ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 9 ຕົວເມືອງ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ມີວິຊາການທີ່ກ່ບວຂ້ອງຈາກ ພະແນກ ແລະ ຫ້ອງການຊັບ 9 ຕົວເມືອງ ເຂົ້າຮ່ວມ.