Fuge

ນາຍົກ ເນັ້ນຫຼາຍບັນຫາຕໍ່ກັບວຽກຂະແໜງການ ຊສ ແລະ ທີ່ດິນ ນາຍົກລັດຖະມົນຕີ

Write by:
Published: 01/03/2023

            ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2022 ແລະ ທິດທາງແຜນການແຜນການ ປະຈຳປີ 2023 ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີ ທ່ານ ປອ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ພາກສວນທີ່ກ່ຽວຂ້ອງເຂົ້າຮ່ວມ.ໃນການໂອ້ລົມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ ຜົນສໍາເລັດ ກໍຄືຜົນງານຂອງຄະນະພັກ-ຄະນະນໍາ ແລະ ພະນັກງານ ທັງໝົດໃນຂະແໜງ ຊສ ແລະ ທີ່ດິນ ທີ່ໄດ້ເອົາໃຈໃສ່ ເຄື່ອນໄຫວ, ຊຸກຍູ້, ຕິດຕາມ ແລະ ສົ່ງເສີມ ຈົນສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ. ແຕ່ເຖິງຢ່າງໃດກໍຕາມ, ຄະນະພັກ-ຄະນະນໍາ ແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າແທ້ໆ, ບໍ່ຄວນແລ່ນນໍາແຕ່ໂຕເລກ ແລະ ຊື່ນຊົມກັບຜົນງານເກົ່າແບບ ລວມໆ, ເວລາຈັດຕັ້ງປະຕິບັດຕົວຈິງ ຢາກໃຫ້ເບິ່ງສາເຫດ ແລະ ປຶກສາຫາລືກັນຕື່ມ ເພື່ອແກ້ໄຂບັນຫາຕົວຈິງຢ່າງພາວະວິໄສ ໂດຍຕິດພັນຢ່າງໜັກແໜ້ນກັບຄວາມຮັບຜິດຊອບຂອງຕົນ. 


          ທ່ານນາຍົກໄດ້ເນັ້ນໜັກຫຼາຍບັນຫາຄຽງຄູ່ກັບຜົນສຳເລັດ ແລະ ໝາກຜົນ ທີ່ສາມາດປະຕິບັດໄດ້ໃນປີຜ່ານມາ ທີໄດ້ກ່າວໄປແລ້ວນັັ້ນ ກໍ່ຍັງເຫັນວ່າ ຍັງມີຫຼາຍບັນຫາຄົງຄ້າງ ທີ່ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕ້ອງໄດ້ເອົາໃຈໃສ່ ສືບຕໍ່ປັບປຸງ ແກ້ໄຂ ເປັນຕົ້ນ: ການເຜີຍແຜ່ ແລະ ເຊື່ອມຊືມນະໂຍບາຍ, ກົດໝາຍ, ນິຕິກຳດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ຮັບຮອງແລ້ວ ໃຫ້ທຸກພາກສ່ວນໃນສັງຄົມ ລວມທັງ ປະຊາຊົນ ແລະ ພະນັກງານ-ລັດຖະກອນເຮົາ ເຖິງວ່າໄດ້ເຮັດ ແຕ່ຍັງບໍ່ທັນທົ່ວເຖິງ ແລະ ເຂົ້າໃຈຢ່າງເປັນເອກະພາບກັນແທ້; ຫາງສຽງ ແລະ ປະກົດການຫຍໍ້ທໍ້ຕໍ່ພະນັກງານ-ລັດຖະກອນ ທີ່ເຮັດວຽກຢູ່ໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະຢູ່ໃນຂະແໜງທີ່ດິນ, ສິ່ງແວດລ້ອມ ຍັງປະກົດມີຫຼາຍໃນຂອດການບໍລິການຮັບໃຊ້ປະຊາຊົນ ບໍ່ທັນໄດ້ດີ, ການຄົ້ນຄວ້າຊັກຊ້າ, ການສວຍໃຊ້ໜ້າທີ່ຕຳແໜ່ງ ໃນທາງບໍ່ຖືກຕ້ອງ, 


           ບັນຫາຂໍ້ຂັດແຍ່ງກ່ຽວກັບທີ່ດິນ ເຖິງວ່າໄດ້ເອົາໃຈໃສ່ແກ້ໄຂ ແຕ່ຍັງມີຫລາຍບັນຫາ, ມີລັກສະນະກັບໄປ-ກັບມາ ແລະ ແກ້ໄຂບໍ່ຂາດຕົວ ຄວາມຮັບຮູ້ ແລະ ການປະກອບສ່ວນຂອງສັງຄົມ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການແກ້ໄຂບັນຫາມົນລະພິດ, ສິ່ງເສດເຫຼືອ ຍັງເຮັດບໍ່ທັນໄດ້ທົ່ວເຖິງ ແລະ ເປັນລະບົບ, ການເຂົ້າຮ່ວມປະກອບສ່ວນຂອງສັງຄົມຍັງມີໜ້ອຍ; ການຈັດສັນທີ່ດິນ, ການຂື້ນທະບຽນອອກໃບຕາດິນ, ການຫັນເປັນທັນສະໄໝ ຍັງບໍ່ທັນສຳເລັດຕາມຄາດໝາຍ ແລະ ແຜນການທີ່ວາງໄວ້; ກົນໄກການປະສານງານ ແລະ ເຮັດວຽກຮ່ວມກັນ ກັບຂະແໜງການ ແລະ ທ້ອງຖິ່ນ ເຖິງວ່າໄດ້ຈັດຕັັ້ງປະຕິບັດ, ແຕ່ກໍ່ຍັງບໍ່ທັນລົງລ່ຽນເທົ່າທີ່ຄວນ ແລະ ບໍ່ທັນບຸກທະລຸແທ້ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຕາມທິດ 3ສ້າງ ໂດຍສະເພາະທີ່ຕິດພັນກັບ ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຍັງເຮັດບໍ່ທັນບັນລຸໄດ້ຫຼາຍໜ່ວຍງານຢູ່ຂັັ້ນເມືອງ, ຂັັ້ນບ້ານ ຍັງມີຄວາມຈຳກັດທາງດ້ານພະນັກງານ, ດ້ານຈຳນວນ ແລະ ວິຊາການ ລວມທັງງົບປະມານ ແລະ ອຸປະກອນພາຫານະຮັບໃຊ້ ດ້ານຂົງເຂດວຽກງານສະເພາະດ້ານວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ດ້ານຂົງເຂດວຽກງານທີ່ດິນ: ໃຫ້ສືບຕໍ່ເລັ່ງຂື້ນຖະບຽນອອກໃບຕາດິນ ການປະສານກົມກຽວຂອງຂະແໜງການ ລວມທັງ ອົງການປົກຄອງທ້ອງຖິ່ນ ເພື່ອບັນລຸດຄາດຫມາຍ 1,6 ລ້ານຕອນ ໃນທົ່ວປະເທດ ພາຍໃນປີ 2025 ຕາມຄາດ ໝາຍຄວາມທ້າທາຍໃນປີ 2023 ຄື 400.000 ຕອນ, ເລັ່ງຫັນເອົາທຸລະກິດການຊື້-ຂາຍທີ່ດິນ (ການໂອນກຳມະສິດທີ່ດິນ), ການປ່ຽນປະເພດທີ່ດິນ ໃຫ້ເຂົ້າສູ່ລະບົບທັນສະໄໝ ແລະ ການຊຳລະຜ່ານລະບົບທະນາຄານ, ເພີ່ມທະວີບົດບາດ ແລະ ຄວາມຮັບຜີດຊອບຂອງບັນດາ ກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັັ້ນ 


          ໃນການຈັດຕັັ້ງປະຕິບັດວຽກງານທີ່ດິນ ເພືໍ່ອຮັບປະກັນຄວາມກົມກຽວ, ສອດຄ່ອງ ແລະ ໃຫ້ໄດ້ຮັບປະສິດທິຜົນດີ ໂດຍ ຂັັ້ນສູນກາງແມ່ນ ເນັັ້ນໃສ່ການສ້າງນະໂຍບາຍ, ນິຕິກຳ ແລະ ຄຸ້ມຄອງມະຫາພາກ, ສ່ວນອົງການປົກຄອງທ້ອງຖິໍ່ນ ແມ່ນເປັນເຈົັ້ສະນັັ້ນ, ເພື່ອເປັນທິດທາງ ແກ້ໄຂ ແລະ ມີຜົນສຳເລັດ ໃນການປະຕິບັດໜ້າທີ່ການເມືອງຂອງຕົນຕາມຄາດໝາຍ ທີ່ໄດ້ວາງໄວ້ ໃນແຜນການປີ. ແຜນການ 5ປີ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ຄືແຜນພັດທະນາເສດຖະກິດ ສັງຄົມ 5 ປີ ຄັັ້ງທີ IX, ທ່ານ ນາຍົກຍັງ ມີບາງທັດສະນະ, ຄຳເຫັນ ແລະ ໃຫ້ທິດທາງແຜນການ ຕໍ່ບັນດາຂະແໜ່ງການນຳໄປຄົ້ນຄວ້າ ຈັດຕັັ້ງປະຕິບັດ.