Fuge

2 ກະຊວງ ປຶກສາຫາລື ກ່ຽວກັບ ການຄຸ້ມຄອງ ແລະ ນຳໃຊ້ ທີ່ດິນປ່າໄມ້, ດິນກະສິກຳ, ດິນບໍລິເວນນ້ຳ, ການກວດກາຊັບພະຍາກອນທຳມະຊາດ ແລະ ການຈັດຕັ້ງປະຕິບັດສັນຍາສາກົນດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

Write by:
Published: 28/02/2023

           ໃນຕອນເຊົ້າຂອງວັນທີ 1 ກຸມພາ 2023 ທີ່ຫ້ອງປະຊຸມ ສະໂມສອນ ກະຊວງ ກະສິກຳ ແລະ ປ່າໄມ້, ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຄຸ້ມຄອງ ແລະ ນຳໃຊ້ ທີ່ດິນປ່າໄມ້, ດິນກະສິກຳ, ດິນບໍລິເວນນ້ຳ, ການກວດກາຊັບພະຍາກອນທຳມະຊາດ ແລະ ການຈັດຕັ້ງປະຕິບັດສັນຍາສາກົນ ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ແລະ ກະຊວງກະສິກຳ ແລະ ປ່າໄມ້ (ກປ) ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ນອກຈາກນັ້ນຍັງມີຮອງ ລັດຖະມົນຕີ ຂອງທັງສອງກະຊວງເຂົ້າຮ່ວມຄື: ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ, ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ທ່ານ ປອ. ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ວິຊາການ ທີ່ກ່ຽວຂອງທັງສອງຝ່າຍເຂົ້າຮ່ວມ 50 ກວ່າທ່ານ.


           ຈຸດປະສົງຂອງກອງປະຊຸມຫລັກ ແມ່ນປຶກສາຫາລື ໃນການເຮັດວຽກຮ່ວມກັນ ໃນການຈັດສັນດິນກະສິກໍາ, ດິນປ່າໄມ້ ແລະ ອອກໃບຕາດິນ ຮ່ວມກັນ, ໂດຍສອງກະຊວງແຕ່ງຕັ້ງຄະນະຮ່ວມກັນ ວາງແຜນ ແລະ ເຮັດວຽກຮ່ວມກັນ ແລະ ນໍາໃຊ້ງົບປະມານ ທີ່ສອງກະຊວງມີ ໃຫ້ເກີດປະໂຫຍດສູງສຸດ ເພື່ອໃຫ້ສາມາດອອກໃບຕາດິນ ໃຫ້ໄດ້ຕາມຄາດຫມາຍ 400,000ຕອນ ທີ່ສະພາໄດ້ຕົກລົງແລ້ວ. ໂດຍໃນທີ່ປະຊຸມ ໄດ້ຮັບຟັງລາຍງານກ່ຽວກັບ ວຽກງານການຂຶ້ນທະບຽນອອກໃບຕາດິນ, ການຄຸ້ມຄອງ ແລະ ນຳໃຊ້ດິນປ່າໄມ້, ດິນກະສິກຳ, ການລາຍງານກ່ຽວກັບ ດິນບໍລິເວນນ້ຳ ແລະ ວຽກງານຊີວະນາໆພັນ ຈາກຕາງໜ້າ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ນອກນັ້ນ ກໍໄດ້ຮັບຟັງການລາຍງານກ່ຽວກັບ ການຄຸ້ມຄອງ ແລະ ນຳໃຊ້ດິນ 3 ປະເພດປ່າ ແລະ ດິນບໍລິເວນນ້ຳ, ຮັບຟັງ ລາຍງານ ກ່ຽວກັບວຽກງານການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ ຈາກ ຕາງໜ້າ ກະຊວງກະສິກຳ ແລະ ປ່າໄມ້. ພາຍຫຼັງໄດ້ຮັບຟັງການລາຍງານ ຂອງ ທັງສອງກະຊວງແລ້ວ ຜູ້ເຂົ້າຮ່ວມກອງປະຊຸມທັງສອງພາກສ່ວນກໍໄດ້ປະກອບຄໍາເຫັນແລກປ່ຽນກັນ ໂດຍອີງໃສ່ພາລະບົດບາດ, ສະພາບຄວາມເປັນຈິງ, ລະບຽບກົດໝາຍ ແລະ ໜ້າທີ່ການເມືອງ ພ້ອມທັງມີຄວາມເປັນເອກກະພາບກັນໃນຫຼາຍດ້ານ.ໃນຕອນທ້າຍຂອງກອງປະຊຸມ ຄະນະປະທານ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳບັນດາກົມ ກອງວິຊາການ ສືບຕໍ່ປະສານສົມທົບ ເພື່ອພ້ອມກັນປຶກສາຫາລື